ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ຢູ່ແຂວງເກິນເທີຂອງຫວຽດນາມ

(VOVWORLD) -ພັກ, ລັດ ຍາມໃດກໍຈົດຈໍາການອຸທິດສ່ວນອັນໃຫຍ່ຫຼວງຂອງບັນດາທະຫານເສຍອົງຄະ, ຄອບຄົວຍາດຕີພີ່ນ້ອງທະຫານເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ຍາມໃດກໍເອົາໃຈໃສ່, ເບິ່ງແຍງດູແລຊີວິດການເປັນຢູ່ ທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

ວັນທີ 23 ມັງກອນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະປະຕິບັດງານຂອງ ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ແລະ ຕາງໜ້າການນໍານະຄອນເກິນເທີ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່່ການປະຕິວັດ, ເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ນະຄອນເກິນເທີ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ຢູ່ແຂວງເກິນເທີຂອງຫວຽດນາມ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມດ້ວຍຄະນະປະຕິບັດງານ ຢູ່ ເກິນເທີ (ພາບ:laodong.vn)

        ທີ່ບັນດາສະຖານທີ່ລົງຢ້ຽມຢາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢ້ຽມຢາມຖາມຂ່າວນັກວິລະຊົນກໍາລັງປະກອບອາວຸດປະຊາຊົນ, ທະຫານເສຍອົງຄະ, ຄອບຄົວຍາດຕີພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ; ພ້ອມທັງຢ້ັງຢືນວ່າ ພັກ, ລັດ ຍາມໃດກໍຈົດຈໍາການອຸທິດສ່ວນອັນໃຫຍ່ຫຼວງຂອງບັນດາທະຫານເສຍອົງຄະ, ຄອບຄົວຍາດຕີພີ່ນ້ອງທະຫານເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ຍາມໃດກໍເອົາໃຈໃສ່, ເບິ່ງແຍງດູແລຊີວິດການເປັນຢູ່ ທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

        ແລະກໍໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ເຂົ້າຮ່ວມລາຍການ “ມອບຂອງຂວັນບຸນເຕັດໃຫ້ແກ່ຜູ້ທຸກຍາກ ແລະ ເດັກທີ່ມີປະສົບກັບຄວາມຫຍຸ້ງຍາກ, ຜູ້ຖືກຕິດທາດພິດສີສົ້ມ ໃນນະຄອນເກິນເທີີ” ເຊິ່ງໄດ້ຈັດຂຶ້ນຢູ່ ເມືອງ ກ໊າຍຣັງ, ນະຄອນເກິນເທີີ.

ຕອບກັບ

ຂ່າວ/ບົດ​ອື່ນ