ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິ​ມ​ເງິ​ນ​ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ເມືອງ ຮ່​ວາງ​ໂບ່, ແຂວງກວ໋​າງ​ນິງ

(VOVWORLD) - ຕອນເຊົ້າວັນທີ 22 ສິງຫາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ປະຊາຊົນຕາແສງດົ່ງເຊີນ ເຊິ່ງແມ່ນ ຕາແສງຢູ່ເຂດພູສູງທີ່ມີ ຊົນເຜົ່າຢ້າວ ດຳລົງຊີວິດຢູ່ນີ້ຫຼາຍກ່ວາ 98%, ຂຶ້ນກັບເມືອງຮ່ວາງໂບ່, ແຂວງກວ໋າງນິງ.
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິ​ມ​ເງິ​ນ​ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ເມືອງ ຮ່​ວາງ​ໂບ່, ແຂວງກວ໋​າງ​ນິງ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບການນຳກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມອບທຶນການສຶກສາໃຫ້ແກ່ນັກຮຽນ 50 ຄົນທີ່ປະສົບກັບຄວາມຫຍຸ້ງຍາກຂອງເມືອງຮ່ວາງໂບ່ (ພາບ: daibieunhandan.vn

        ນະທີ່ນີ້, ທ່ານນາງ ຫງວຽນທິກິມເງິນ ໄດ້ມອບປ້າຍໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ດົ່ງເຊີນ, ຕາແສງດົ່ງເຊີນ, ເມືອງຮ່ວາງໂບ່ ໃຫ້ແກ່ຄູອາຈານ ແລະ ນັກຮຽນໃນໂຮງຮຽນ. ນີ້ແມ່ນໂຮງຮຽນໂດຍ ຈາກທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ຂົນຂວາຍການອຸປະຖຳ ຜ່ານການມອບ ລູກບານເຕະ ແລະ ເສື້ອແຂ່ງຂັນທີ່ມີລາຍເຊັນຂອງບັນດາສະມາຊິກທິມຊາດບານເຕະ U23 ຫວຽດນາມ. ການກໍ່ສ້າງໂຮງຮຽນດ້ວຍມູນຄ່າທັງໝົດແມ່ນ 8,3 ຕື້ດົ່ງໄດ້ຮັບການມອບຮັບນຳເຂົ້າເຄື່ອນໄຫວກ່ອນທີ່ເລີ່ມຕົ້ນສົກຮຽນໃໝ່ໃນປີ 2019 – 2020ອັນໄດ້ປະກອບສ່ວນຊ່ວຍໃຫ້ລູກຫຼານຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວຢູ່ທີ່ນີ້ ມີສະພາບແວດລ້ອມແຫ່ງການຮ່ຳຮຽນທີ່ສະດວກກ່ວາ.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບການນຳກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມອບທຶນການສຶກສາໃຫ້ແກ່ນັກຮຽນ 50 ຄົນທີ່ປະສົບກັບຄວາມຫຍຸ້ງຍາກຂອງເມືອງຮ່ວາງໂບ່. ແລະກໍ່ໃນວັນດຽວກັນ, ທ່ານນາງ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບາງຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ໃກ້ຈະທຸກຍາກຢູ່ຕາແສງດົ່ງເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ