ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຢ້ຽມຢາມບັນດາກົມກອງທະຫານເຮືອ

(VOVWORLD) - ສືບຕໍ່ກໍ່ສ້າງກອງທັບເຮືອປະຊາຊົນ ຫວຽດນາມ ປະຕິວັດ, ເປັນກອງທັບຫລວງ, ຍອດຢ້ຽມ, ທັນສະໄໝ, ຕອບສະໜອງຄວາມເຊື່ອໝັ້ນຂອງການນຳພັກ, ລັດ; ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນ ປະຕິບັດ 2 ໜ້າທີ່ຍຸດທະສາດແມ່ນສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຢ້ຽມຢາມບັນດາກົມກອງທະຫານເຮືອ - ảnh 1ທ່ານນາງ ຫງວຽນທິກິມເງິນ ຖ່າຍຮູບທີ່ລະນຶກກັບບັນດາທະຫານເຮືອ

ວັນທີ 17 ທັນວາ, ຢູ່ນະຄອນ ກາມແຣງ, ແຂວງ ແຄ໋ງຮ່ວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບບັນດາກົມກອງທະຫານເຮືອ ທີ່ຕັ້ງທັບໃນຖານທີ່ໝັ້ນການທະຫານ ກາມແຣງ. ເມື່ອແລກປ່ຽນກັບພະນັກງານ, ນັກຮົບບັນດາກົມກອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຮັບຮູ້ ແລະ ຍ້ອງຍໍຊົມເຊີຍບັນດາຜົນງານທີ່ເຫຼົ່າທັບເຮືອບັນລຸໄດ້ໃນການຝຶກແອບ ເປັນເຈົ້າຂອງອາວຸດ, ວັດຖຸອຸປະກອນໃໝ່, ທັນສະໄໝ. ທ່ານນາງປະທານສະພາແຫ່ງຊາດ ສະເໜີໃຫ້ບັນດາກົມກອງສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້; ຍົກສູງຄຸນນະທາດ, ເຈດຈຳນົງ, ຄວາມຮັບຜິດຊອບຢ່າງບໍ່ຢຸດຢັ້ງ; ສືບຕໍ່ກໍ່ສ້າງກອງທັບເຮືອປະຊາຊົນ ຫວຽດນາມ ປະຕິວັດ, ເປັນກອງທັບຫລວງ, ຍອດຢ້ຽມ, ທັນສະໄໝ, ຕອບສະໜອງຄວາມເຊື່ອໝັ້ນຂອງການນຳພັກ, ລັດ; ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນ ປະຕິບັດ 2 ໜ້າທີ່ຍຸດທະສາດແມ່ນສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໂອ້ລົມ, ລະດົມກຳລັງໃຈທະຫານ ແລະ ປະຊາຊົນເທດສະບານ ເຈື່ອງຊາ, 2 ຕາແສງເກາະ ຊອງຕື໋ໄຕ, ຊິງຕົນ ຂຶ້ນກັບເມືອງເກາະ ເຈື່ອງຊາ, ແຂວງ ແຄ໋ງຮ່ວາ ຜ່ານລະບົບທາງໂທລະພາບຖ່າຍທອດສົດ.

ຕອບກັບ

ຂ່າວ/ບົດ​ອື່ນ