ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ​ລົງ​ພົບ​ປະ​ກັ​ບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຟອງ​ດ່ຽນ, ນະ​ຄອນ​ເກິ່ນ​ເທີ

(VOVWORLD) - ໂດຍສືບຕໍ່ລາຍການພົບປະກັບຜູ້ມີສິດເລືອກຄັ້ງພາຍຫຼັງກອງປະຊຸມ, ຕອນເຊົ້າວັນທີ 18 ມິຖຸນາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຟອງດ່ຽນ, ນະຄອນເກິ່ນເທີ.
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ​ລົງ​ພົບ​ປະ​ກັ​ບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຟອງ​ດ່ຽນ, ນະ​ຄອນ​ເກິ່ນ​ເທີ - ảnh 1 ການພົບປະກັບຜູ້ມີສິດເລືອກຄັ້ງ (ພາບ: ດຶກຈ້ອງ /TTXVN)

 ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໃຫ້ຮູ້ວ່າ ບັນດາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງກ່ອນກອງປະຊຸມໄດ້ຮັບການຮວບຮວມຈາກຄະນະສະມາຊິກສະພາແຫ່ງຊາດ, ຫຼັງຈາກນັ້ນຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ ກໍ່ໄດ້ລາຍງານກ່ຽວກັບການແກ້ໄຂບັນດາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງໃນກອງປະຊຸມສະໄໝສະມັນເທື່ອທີ 6. ຄຽງຄູ່ກັນນັ້ນ, ຜູ້ມີສິດເລືອກຕັ້ງກໍ່ມີຄວາມສົນໃຈທີ່ສຸດເຖິງເລື່ອງກະຊວງ, ຂະແໜງການໃດຈະຕອບຄຳຄິດເຫັນ ຂອງຜູ້ມີສິດເລືອກຕັ້ງ, ຮ່ວມເດີນທາງກັບຜູ້ມີສິດເລືອກຕັ້ງໃນບັນຫານີ້. ສະພາແຫ່ງຊາດຈະເພີ່ມທະວີການຕິດຕາມກວດກາຢ່າງແໜ້ນແຟ້ນ.

        ກ່ອນໜ້ານັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ເຂົ້າຮ່ວມພິທີເລີ່ມລົງມືການກໍ່ສ້າງຫໍບູຊາບັນດາເຈົ້າຊີວິດຮູ່ງຢູ່ນະຄອນເກິນເທີດ້ວຍຍອດເງິນລົງທຶນລວມມູນຄ່າ 129 ຕື້ ດົ່ງໂດຍ ວັນຟູ໊ ເປັນຜູ້ອຸປະຖຳ, ອອກແບບ ແລະ ດຳເນີນກໍ່ສ້າງ, ເນື້ອທີ່ເກືອບ 40 ພັນ ຕາແມັດ, ດ້ວຍຫໍບູຊາບັນດາເຈົ້າຊີວິດຮູ່ງ 14ແຫ່ງ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ