ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 06 – 08 ທັນວາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, 
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ - ảnh 1 ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Samdech Techo HunSen ໄດ້ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ

ຕອນເຊົ້າວັນທີ 08 ທັນວາ, ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Samdech Techo HunSen ໄດ້ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ HunSen ໄດ້ອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມໄມຕີຈິດມິດຕະພາບ ຫວຽດນາມ ຢ່າງເປັນທາງການ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 07 ທັນວາ, ທີ່ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ), ທ່ານນາຍົກລັດຖະມົນຕີ HunSen ໄດ້ຂອບໃຈສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ທີ່ເອົາໃຈໃສ່ຊ່ວຍເຫຼືອບັນດານັກສຶກສາ, ນັກຮຽນ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ