ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບເອກອັກຄະລັດຖະທູດສິງກະໂປປະຈຳຫວຽດນາມ

(VOVWORLD) -ວັນທີ 23 ພະຈິກ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Catherine Wong Sio Ping ເອກອັກຄະລັດຖະທູດ ສິງກະໂປ ປະຈຳຫວຽດນາມ ເພື່ອແນໃສ່ແລກປ່ຽນບາງເນື້ອໃນກ່ອນການໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແຕ່ວັນທີ 26 – 28 ພະຈິກ.
ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບເອກອັກຄະລັດຖະທູດສິງກະໂປປະຈຳຫວຽດນາມ - ảnh 1 ທ່ານນາງປະທານສະພາແຫ່ງຊາດ  ຫງວຽນທິກີມເງິນ ຕ້ອນຮັບເອກອັກຄະລັດຖະທູດສິງກະໂປປະຈຳຫວຽດນາມ ທ່ານນາງ Catherine Wong Sio Ping

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ຂອງຄະນະ ອີກຄັ້ງຫນຶ່ງຢືນຢັນຄວາມເອົາໃຈໃສ່ກ່ຽວກັບນະໂຍບາຍການຕ່າງປະເທດຂອງຫວຽດນາມສຳລັບບັນດາປະເທດເພື່ອນມິດໃນກຸ່ມ ອາຊຽນ, ໃນນັ້ນ ມີສິງກະໂປ. ທ່ານນາງປະທານສະພາແຫ່ງຊາດ ຢືນຢັນວ່າ: ການຢ້ຽມຢາມຈະແມ່ນໂອກາດເພື່ອໃຫ້ວິສາຫະກິດສອງປະເທດມີກາລະໂອກາດຕື່ມອີກເພື່ອຮ່ວມມື, ລົງທຶນ, ທຳມາຫາກິນ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນໃນໄລຍະຈະມາເຖິງ.  ສ່ວນ ທ່ານນາງ Catherine Wong Sio Ping ເອກອັກຄະລັດຖະທູດ ສິງກະໂປ ໄດ້ຢືນຢັນວ່າ: ການຢ້ຽມຢາມແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງຄວາມປາດຖະຫນາໃນການຊຸກຍູ້, ເພີ່ມທະວີການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກກວ້າງຂວາງລະຫວ່າງສອງປະເທດ ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ