ທ່ານນາງປະທານສະພາແຫ່ງຊາດພົບປະເຈລະຈາກັບທ່ານເລຂາທິການໃຫຍ່,ປະທານປະເທດລາວ

ທ່ານນາງປະທານສະພາແຫ່ງຊາດພົບປະເຈລະຈາກັບທ່ານເລຂາທິການໃຫຍ່,ປະທານປະເທດລາວ - ảnh 1
ທ່ານ​ນາງ​ ຫງວຽນ​ທິກິມ​ເງິນ, ເຂົ້າ​ຢ້ຽມ​ຄຳນັບ ​
ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ


(vovworld) - ຕອນ​ບ່າຍ​ວັນ​ທີ 26/9, ຢູ່ນະຄອນຫຼວງ ວຽງ​ຈັນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຫງວຽນ​ທິກິມ​ເງິນ, ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ ​ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ ​ແຈ້ງ​ໃຫ້​ ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດຊາບ ໝາກຜົນ​ແຫ່ງ​ການ​ເຈລະຈາ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ​ຕູ້. ສອງ​ຝ່າຍ​ໄດ້​ແລກປ່ຽນ, ​ເປັນ​ເອກະ​ພາບ​ແຜນການ​ເຄື່ອນ​ໄຫວ ​ແລະ ທິດ​ທາງ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ສອງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ສ່ວນ ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ ​ລາວ ບຸນ​ຍັງ ວໍລະ​ຈິດ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ເລືອກ​ເຟັ້ນ ລາວ​ເປັນ​ປະ​ເທດມາ​ຢ້ຽມຢາມ​ທຳ​ອິດ ພາຍຫຼັງ​ທີ່​ທ່ານ​ນາງ​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ. ທ່ານ​ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ ​ເນັ້ນ​ໜັກ​ວ່າ, ປະຫວັດ​ແຫ່ງ​ການ​ພົວພັນ​ສາມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດນາມ ​ແມ່ນ​ບໍ່​ສາມາດ​ປ່ຽນ​ແປງ​ໄດ້, ນີ້​ແມ່ນ​ອາລົມ​ຈິດ​ສະໜິດ​ຕິດ​ພັນ ​ແລະ ບໍລິສຸດ​ລະຫວ່າງ​ສອງ​ປະ​ເທດ. ຫວຽດນາມ - ລາວ​ຈະ​ພ້ອມ​ກັນ​ຮຽງ​ບ່າ​ຮຽງ​ໄຫຼ່​ກັນ ​ເພື່ອ​ປະຕິບັດ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ເປັນ​ຢ່າງ​ດີ.
         ແລະກໍ່ໃນຕອນບ່າຍວັນທີ 26/09, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ໄປຢ້ຽມຢາມອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ລາວ ຈຸມມາລີ ໄຊຍະສອນ, ອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ.

ຂ່າວ/ບົດ​ອື່ນ