ທ່ານນາງປະທານສະພາແຫ່ງຊາດຢ້ຽມຢາມກອງບັນຊາການນະຄອນຫຼວງ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, 28 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ, ຕອນບ່າຍວັນທີ 18 ທັນວາ,
ທ່ານນາງປະທານສະພາແຫ່ງຊາດຢ້ຽມຢາມກອງບັນຊາການນະຄອນຫຼວງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມກອງບັນຊາການນະຄອນຫຼວງ

 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບພະນັກງານ, ນັກຮົບກຳລັງປະກອບອາວຸດ ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ. ເຂົ້າຮ່ວມຍັງມີທ່ານ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ.

        ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍ້ອງຍໍພະນັກງານ, ນັກຮົບກອງບັນຊາການນະຄອນຫຼວງ ຍາມໃດກໍ່ຊາບຊືມ, ກຳແໜ້ນເປົ້າໝາຍ, ທັດສະນະ, ແນວຄິດ, ທິດນຳຊີ້ນຳນຳພາຂອງພັກກ່ຽວກັບການປົກປັກຮັກສາປະເທດຊາດ. ທ່ານນາງປະທານສະພາແຫ່ງຊາດສະເໜີກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ສຸມໃສ່ເຮັດວຽກງານສຶກສາການເມືອງ, ແນວຄິດໃຫ້ພະນັກງານ, ນັກຮົບເປັນຢ່າງດີເພື່ອກຳແໜ້ນແນວທາງ ທັດສະນະຂອງພັກ; ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກສະພາບການ. ພ້ອມທັງສົມທົບກັບຕຳຫຼວດປະຊາຊົນ ແລະ ບັນດາກຳລັງອື່ນເພື່ອຮັກສາສະຖຽນລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ນະຄອນຫຼວງຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ