ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມມິຕະພາບລາວຢ່າງເປັນທາງການ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມມິຕະພາບລາວຢ່າງເປັນທາງການ - ảnh 1
ທ່ານ​ນາງ​ປະທານ​ສະພາ ຫວຽດນາມ ​ຫງວຽນ​ທິກີ​ມ​ເງິນ ​ແລະ
 ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ​​ຢ້ຽມຢາມ​ມິດຕະພາບ​ ລາວ

(vovworld) - ຕອນ​ເຊົ້າ​ວັນ​ທີ 26/09, ທ່ານ​ນາງ​ ປະທານ​ສະພາແຫ່ງຊາດຫວຽດນາມ ​ຫງວຽນ​ທິກີ​ມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ​ເດີນທາງອອກ​ຈາກ ຮ່າ​ໂນ້ຍ ​​ໄປ​ຢ້ຽມຢາມ​ມິດຕະພາບ​ ລາວ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້ ​ໃນ​ລະຫວ່າງ​ວັນ​ທີ 26 – 27/09/2016. ການ​ຢ້ຽມຢາມ​ມິດຕະພາບ ລາວ ຢ່າງ​​ເປັນ​ທາງ​ການ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ.

        ສິ້ນ​ສຸດ​ການ​ຢ​້ຽມຢາມ​ມິດຕະພາບ​ ລາວ ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ​ປະທານ​ສະພາ​​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ຈະ​ຢ້ຽມຢາມ​ມິດຕະພາບ​ລາຊະ​ອານາຈັກ ກຳປູ​ເຈຍ ​ແລະ ສາທາລະນະ​ລັດ ສະຫະພັນ ມຽນມາ ​ແລະ ​ເຂົ້າ​ຮ່ວມ​ສະມັດຊາລັດຖະສະພາ​ລະຫວ່າງ​ຊາດ ອາ​ຊຽນ ຄັ້ງທີ 37 (AIPA - 37) ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 29/09 – 03/10/2016 ຢູ່ ນະຄອນຫລວງ Nay Pyi Tae ມຽນມາ.

ຂ່າວ/ບົດ​ອື່ນ