ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບຄະນະຜູ້ແທນສະມາຊິກສະພາສູງ ອາເມລິກາ

(VOVWORLD) -ຫວຽດນາມບຸລິມະສິດເລື່ອງພັດທະນາອຸດສາຫະກໍາໝູນໃຊ້ເຕັກໂນໂລຢີສູງ; ສົ່ງເສີມການນໍາໃຊ້ພະລັງງານສະອາດ, ພະລັງງານແຮງລົມ.

        ຕອນບ່່າຍວັນທີ 18 ເມສາ, ຢູ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາສູງ ອາເມລິກາ ໂດຍ Patrick Leahy, ຮອງປະທານຄະນະກໍາມະການອະນຸມັດຜ່ານງົບປະມານສະພາສູງ ອາເມລິກາ ນໍາໜ້າຄະນະ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບຄະນະຜູ້ແທນສະມາຊິກສະພາສູງ ອາເມລິກາ - ảnh 1  ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານ Patrick Leahy, ຮອງປະທານຄະນະກໍາມະການອະນຸມັດຜ່ານງົບປະມານສະພາສູງ ອາເມລິກາ (ພາບ:vov.vn)

        ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານ Patrick Leahy ຕ່າງກໍເນັ້ນໜັກວ່າ ການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງລັດຖະບານ, ສະພາແຫ່ງຊາດ ແມ່ນຈໍາເປັນທີ່ສຸດ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ; ພ້ອມທັງປາດຖະໜາວ່າ ສອງປະເທດ ຈະເພີ່ມທະວີການຮ່ວມມື, ແລກປ່ຽນຄະນະຜູ້ແທນສະພາແຫ່ງຊາດ, ສະພາສູງ ອາເມລິກາ ເວົ້າສະເພາະ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ ເວົ້າລວມ.

        ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ ຫວຽດນາມບຸລິມະສິດເລື່ອງພັດທະນາອຸດສາຫະກໍາໝູນໃຊ້ເຕັກໂນໂລຢີສູງ; ສົ່ງເສີມການນໍາໃຊ້ພະລັງງານສະອາດ, ພະລັງງານແຮງລົມ. ພ້ອມທັງຢັ້ງຢືນວ່າ ເປັນສະມາຊິກຂອງອົງການ ILO, ຫວຽດນາມ ໄດ້ ແລະ ກໍາລັງປະຕິບັດຖືກຕ້ອງຕາມຂັ້ນຕອນ ແລະ ຈະເຂົ້າຮ່ວມບັນດາສົນທິສັນຍາ 98 ກ່ຽວກັບຂໍ້ຕົກລົງວ່າດ້ວຍການແຮງງານລວມໝູ່ ຢ່າງມີຄວາມຮັບຜິດຊອບ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 18 ເມສາ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກສະພາສູງ ອາເມລິກາ ໂດຍທ່ານ Patrick Leahy, ຮອງປະທານຄະນະກໍາມະການຈັດສັນງົບປະມານສະພາສູງ ອາເມລິກາ ນໍາໜ້າ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ຕີລາຄາສູງການປະກອບສ່ວນຂອງທ່ານ Patrick Leahy ເຂົ້າໃນຂົງເຂດການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມລະຫວ່າງສອງປະເທດ; ເນັ້ນໜັກເຖິງຜົນສໍາເລັດຂອງໂຄງການລ້າງທາດພິດດີໂອຊີນ ຢູ່ ສະໜາມບິນ ດ່າໜັງ. ທ່ານພົນເອກ ໂງຊວນລິກ ສະເໜີ ທ່ານ Patrick Leahy ສືບຕໍ່ມີການປະກອບສ່ວນ ເພື່ອຊ່ວຍໃຫ້ໂຄງການລ້າງທາດພິດ ດີໂອຊີນ ຢູ່ສະໜາມບິນ ບຽນຮວ່າ ມາເຖິງ ຈະບັນລຸຜົນສໍາເລັດຢ່າງຈົບງາມ.

        ສ່ວນທ່ານ Patrick Leahy ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນສໍາເລັດຂອງໂຄງການລ້າງທາດພິດດີໂອຊີນ ຢູ່ສະໜາມບິນດ່າໜັງ, ພ້ອມທັງຢ້ັງຢືນວ່າ ໃນນາມສ່ວນຕົວທ່ານເອົາໃຈໃສ່ບັນຫານີ້ທີ່ສຸດ ແລະ ດ້ວຍຖານະຕໍາແໜ່ງຂອງຕົນ ທ່ານຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອໃຫ້ໂຄງການດັ່ງກ່າວ ທີ່ປະຕິບັດຢູ່ສະໜາມບິນບຽນຮວ່າປະສົບຜົນສໍາເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ