ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບບັນດານັກສິລະປິນດີເດັ່ນ

(VOVWORLD) -ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນປັດຈຸບັນ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງໃຫ້ນັກສິລະປິນຕ້ອງປ່ຽນແປງໃໝ່ດ້ວຍຕົນເອງ, ມີວິທີຄິດ ແລະ ການປະຕິບັດໃໝ່ໃນການປະດິດຄິດສ້າງສິລະປະ ໃຫ້ເໝາະສົມກັບການພັດທະນາໃນຕົວຈິງ
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບບັນດານັກສິລະປິນດີເດັ່ນ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ການພົບປະ

ທີ່ການພົບປະກັບບັນດານັກສິລະປິນດີເດັ່ນໃນວັນທີ 22 ມັງກອນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງຖັນແຖວນັກສິລະປິນໃນໄລຍະຜ່ານມາ  ໄດ້ນໍາມາເຊິ່ງບັນດາຜະລິດຕະພັນທີ່ມີຄຸນຄ່່າ ເຕັມໄປດ້ວຍສິສັນວັດທະນະທໍາຂອງຊາດ. ພ້ອມທັງຢັ້ງຢືນວ່າ:

        “ພັກ, ລັດ ຫວຽດນາມ ຍາມໃດກໍຖືເປັນສໍາຄັນວຽກງານກໍ່ສ້າງ, ປັບປຸງແນວທາງ, ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ ໃຫ້ສົມບູນແບບ. ໃນນັ້ນ, ມີບັນດາກົນໄກ, ນະໂຍບາຍສະເພາະສໍາລັບວັນນະຄະດີ, ສິລະປະ. ພ້ອມກັນນັ້ນ, ຍາມໃດກໍເຄົາລົບນັບຖືສິດເສລີໃນການປະດິດຄິດສ້າງຂອງນັກສິລະປິນ, ພະຍາຍາມສ້າງເງື່ອນໄຂເພື່ອໃຫ້ນັກສິລະປິນທຸກຄົນ ເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນ; ”.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນປັດຈຸບັນ ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງໃຫ້ນັກສິລະປິນຕ້ອງປ່ຽນແປງໃໝ່ດ້ວຍຕົນເອງ, ມີວິທີຄິດ ແລະ ການປະຕິບັດໃໝ່ໃນການປະດິດຄິດສ້າງສິລະປະ ໃຫ້ເໝາະສົມກັບການພັດທະນາໃນຕົວຈິງ


ຕອບກັບ

ຂ່າວ/ບົດ​ອື່ນ