ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຈລະຈາກັບປະທານສະພາຕ່ຳກາຊັກສະຖານ

(VOVWORLD) -ຕອນເຊົ້າວັນທີ 17 ຕຸລາ, ຢູ່ຫໍສະພາຕ່ຳ ກາຊັກສະຖານ ໄດ້ດຳເນີນພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ. 
ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຈລະຈາກັບປະທານສະພາຕ່ຳກາຊັກສະຖານ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມເຈລະຈາກັບປະທານສະພາຕ່ຳກາຊັກສະຖານ

ທີ່ການເຈລະຈາພາຍຫລັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ທ່ານປະທານສະພາຕ່ຳ ກາຊັກສະຖານ Nurlan Nigmatulin ໄດ້ຢືນຢັນວ່າ: ເລື່ອງຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ພັນທະມິດເສດຖະກິດ ອາຊີ -ເອີລົບ ເບື້ອງຕົ້ນໄດ້ນຳມາໃຫ້ການຫັນປ່ຽນຕັ້ງຫນ້າ ແລະ ນຳມາເຊິ່ງຫລາຍກາລະໂອກາດໃຫ້ແກ່ບັນດາວິສາຫະກິດສອງປະເທດ. ເພາະສະນັ້ນ ສອງຝ່າຍຍາດແຍ່ງການບຸລິມະສິດດ້ານພາສີ ຊື່ງສັນຍາໄດ້ນຳມາໃຫ້ເພື່ອຍູ້ແຮງການນຳເຂົ້າສົ່ງອອກລະຫວ່າງສອງປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງີນ ໃຫ້ຮູ້ວ່າ:

        “ສອງຝ່າຍຕີລາຄາໝາກຜົນ 1 ປີແຫ່ງການຜັນຂະຫຍາຍສັນຍາ, ຖອດຖອນບົດຮຽນ ແລະ ວາງອອກບັນດາມາດຕະການມີປະສິດທິຜົນ. ສອງຝ່າຍຍາດແຍ່ງການບຸລິມະສິດພາສີ ແລະ ຫວຽດນາມ ເພີ່ມການສົ່ງອອກບັນດາປະເພດສິນຄ້າໄປຍັງ ກາຊັກສະຖານຄື: ເຂົ້າສານ, ຢາງພາລາ, ກາເຟ, ສິນໃນນ້ຳ, ໂທລະສັບ, ແລະ ນຳເຂົ້າບັນດາປະເພດສິນຄ້າຈາກກາຊັກສະຖານຄື: ເຫລັກກ້າ, ແຮ່ທາດ ແລະ ສິນຄ້າປະເພດອື່ນ.”

ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນທຸກອົງການ, ລະຫວ່າງພັກການເມືອງ, ລັດ, ລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ, ວິສາຫະກິດສອງປະເທດ ແລະ ພົບປະແລກປ່ຽນປະຊາຊົນ. ທ່ານນາງປະທານສະພາແຫ່ງຊາດ ສະເຫນີວ່າ:

        “ໃນຂົງເຂດປ້ອງກັນຄວາມສະຫງົບ, ສອງຝ່າຍເພີ່ມທະວີການຮ່ວມມື, ເອົາໃຈໃສ່ການແລກປ່ຽນຂໍ້ມູນຂ່າວສານ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳເຕັກໂນໂລຊີສູງ, ການຈັດຕັ້ງອົບພະຍົບຢ່າງຜິດກົດໝາຍ. ກ່ຽວກັບການສຶກສາ ແລະ ບຳລຸງສ້າງ, ນີ້ແມ່ນຂົງເຂດຮ່ວມມືຢ່າງມີປະສິດທິຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ