ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 89 ປີ ແຫ່ງວັນສ້າງຕັ້ງພັກ ຢູ່ແຂວງຫວິງລອງ

(VOVWORLD) -ວັນທີ 29 ມັງກອນ, ແຂວງຫວິງລອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 89 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ  (ວັນທີ 03 ກຸມພາ 1930 – 03 ກຸຸມພາ 2019); ພົບປະສັງສັນ ຕ້ອນຮັບລະດູບານໃໝ່ປີກຸນ 2019. 

  ກ່າວຄໍາເຫັນນະທີ່ນີ້, ທ່ານ ເຈິ່ນວັນຣ໊ອນ, ເລຂາພັກແຂວງ ຫວິງລອງ, ສະເໜີໃຫ້ຄະນະພັກຂັ້ນທຸກຂັ້ນ ແລະ ອໍານາດການປົກຄອງທ້ອງຖິ່ນຕ່າງໆ ສືບຕໍ່ຍົກສູງບົດບາດ ແລະ ກໍາລັງຕໍ່ສູ້ຂອງບັນດາອົງການຈັດຕັ້ງພັກຂັ້ນຮາກຖານ, ການຄຸ້ມຄອງບໍລິຫານຂອງອໍານາດການປົກຄອງ; ເພີ່່ມທະວີສະຕິຄວາມຮັບຜິດຊອບ, ເຊີດຊູບຸກຄົນວຽກດີຄົນເດັ່ນ, ສ້າງຖັນແຖວພະນັກງານ, ສະມາຊິກພັກ ມີລະບຽບວິໄນ. ທີ່ການພົບປະ, ທ່ານນາງຮອງປະທານປະເທດ ດັ່ງທິງອກທິ້ງ, ມອບຫຼຽນໄຊ ເອກະລາດ ຊັ້ນ 3 ໃຫ້ຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດເພື່ອຊາດ 17 ຄອບຄົວ.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 89 ປີ ແຫ່ງວັນສ້າງຕັ້ງພັກ ຢູ່ແຂວງຫວິງລອງ - ảnh 1 ທ່ານນາງ ດັ້ງທິງອັກທິ້ງ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ ຈໍານວນ 50 ພູດ ໃຫ້ແກ່ກໍາມະກອນ, ຊາວຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ແຂວງຫວິງລອງ (ພາບ: TTXVN)

        ແລະກໍໃນວັນດຽວກັນ, ທ່ານນາງ ດັ້ງທິງອັກທິ້ງ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ ຈໍານວນ 50 ພູດ ໃຫ້ແກ່ກໍາມະກອນ, ຊາວຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ; ມອບລົດຖີບ 50 ຄັນ ໃຫ້ແກ່ນັກຮຽນທີ່ທຸກຍາກ ແຕ່ມີຄວາມດຸໝັ່ນໃນການຮໍ່າຮຽນ ຢູ່ ແຂວງ ຫວິງລອງ. ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ສະເໜີອົງການກໍາມະບານຂັ້ນຕ່າງໆຈົ່ງສືບຕໍ່ມີການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອໜູນຊ່ວຍກໍາມະກອນ, ຊາວຜູ້ອອກແຮງານ ໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ