ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະຜູ້ແທນນັກສຶກສາລາວ ພວມຮໍ່າຮຽນຢູ່ຫວຽດນາມ

ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະຜູ້ແທນນັກສຶກສາລາວ ພວມຮໍ່າຮຽນຢູ່ຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ແລະ ​ຄະນະ​ຜູ້​ແທນ​ນັກ​ສຶກສາ​ລາວ ພວມ​ຮໍ່າຮຽນ​ຢູ່ຫວຽດນາມ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 17/10, ຢູ່​ສຳນັກ​ງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນນັກ​ສຶກສາ, ນັກຮຽນ​ດີ​ເດັ່ນ 40 ຄົນ ທີ່​ຕາງໜ້າ​ໃຫ້ນັກ​ສຶກສາລາ​ວ ປະມານ 8.000 ຄົນ​ທີ່​ພວມ​ຄົ້ນຄວ້າ ​ແລະ ຮໍ່າຮຽນຢູ່​ຫວຽດນາມ. ທີ່​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​​ເນັ້ນ​ໜັກ​​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ​ລະຫວ່າງ 2 ປະ​ເທດໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ແທດ​ຈິງທີ່​ສຸດ ​ແລະ ນຳ​ມາ​​ເຊິ່ງປະສິດທິ​ຜົນ​ສູງ. ຂະ​ແໜງ​ສຶກສາ 2 ປະ​ເທດ​ຫວຽດນາມ - ລາວ ພວມ​ຜັນ​ຂະຫຍາຍ​ໂຄງການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດທີ່​ມີ​ຄຸນ​ນະພາ​ບ​ສູງ​ໃຫ້​ແກ່​ປະ​ເທດ​ລາວ ຮອດ​ປີ 2020, ບັນດາ​ຮູບ​ແບບບຳລຸງ​ສ້າງ​ໄດ້​ເຫັນຮັບ​ການ​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ຈາກ​ຂັ້ນ​ສາມັນຮອດຂັ້ນ​ປະລິຍາ​ເອກ. ນັບ​ມື້​ນັບ​ມີ​ນັກ​ສຶກສາລາ​ວ ຫຼາຍ​ຄືນ​ມາ​ຮໍ່າຮຽນ​ຢູ່​ຫວຽດນາມ, ​​ສິ່ງ​ດັ່ງກ່າວ​ໄດ້​ພິສຸດ​ໃຫ້​ເຫັນ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສາຍ​ພົວພັນ​ຖານອ້າຍ​ນ້ອງ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ດີງາມ.

ຂ່າວ/ບົດ​ອື່ນ