ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງຕ້ອນຮັບຄະນະຜູ້ແທນແຂວງກວາງນາມ

ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງຕ້ອນຮັບຄະນະຜູ້ແທນແຂວງກວາງນາມ - ảnh 1
(ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດດັ້ງ​ທິ​ຫງອກ​ທິ້ງ
​ຕ້ອນ​ຮັບຄະ​ນະ​ຜູ້​ແທນ​ແຂວງກວາງ​ນາມ)

(vovworld) - ​​ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ແມ່​ຫວຽດ​ນາມ ວິ​ລະ​ຊົນ, ທະ​ຫານ​ເຈັບ​ປ່ວຍ ແລະ ຄອບ​ຄົ​ວ​ເ​ປົ້າ​ໝານ​ນະ​ໂຍ​ບາຍ​ດີ​ເດັ່ນ​ຢູ່​ເທດ​ສະ​ບານ ດ້ຽນ​ບ່ານ, ແຂວງກວາງ​ນາມ ໃນ​ຕອນ​ເຊົ້າ​ວັນ​ທີ 25/06 ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິຫງອກ​ທິ້ງ ຢືນ​ຢັນ​ວ່າ, ພັກ, ລັດ ໄດ້​ກວດ​ກາ, ປັບ​ປຸງ​ນະ​ໂຍ​ບາຍ​ຢ່າງເໝາະ​ສົມ​ເປັນ​ປະ​ຈຳ ເພື່ອ​ໃຫ້​ທຸກ​ຄົນ​ທີ​່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊ​າດ​ລ້ວນ​ແຕ່​ໄດ້​ເບິ່ງ​ແຍງ​ດູ​ແລ, ໄດ້​ຊົມ​ໃຊ້​ນະ​ໂຍ​ບາຍ​ໜູນ​ຊ່ວຍ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິຫງອກ​ທິ້ງ ປາດ​ຖະ​ໜາ​ວ່າ.

        “ແຂວງກວາງ​ນາມ ຕ້ອງ​ສືບ​ຕໍ່​ເບິ່ງ​ແຍງ​ດູ​ແລ​ປະ​ຊາ​ຊົນ​ໃຫ້​ຫຼາຍກວ່າ​ອີກ, ພິ​ເສດ​ແມ່ນ​ຄອບ​ຄົວ​ໃນ​​ເປົ້າ​ໝາຍນະ​ໂຍ​ບາຍ. ຄຽງ​ຂ້າງ​ບັນ​ດາ​ນະ​ໂຍ​ບາຍ​ຂອງ​ລັດ, ແຂ​ວງ​ຕ້​ອງ​ສືບ​ຕໍ່​ຂົນ​ຂວ​າຍ​ຜູ້​ໃຈ​ບຸນ​ໃຈ​ກຸ້​ສົນ ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ໃຫ້​ບັນ​ດາ​ຄອບ​ຄົວ​ໃນ​​ເປົ້າ​ໝາຍນະ​ໂຍ​ບາຍ​ໃຫ້​ເປັນ​ຢ່າງ​ດີກວ່າ, ພ້ອມ​ທັງ​ສືບ​ຕໍ່​ກວດ​ກາ​ທຸກໆ​ກໍ​ລະ​ນີ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ ແຕ່ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຮັບ​ຮູ້​ຕາມ​ຂໍ້​ກຳ​ນົດ​ຂອງ​ລັດ”.

ຂ່າວ/ບົດ​ອື່ນ