ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ເຂົ້າຮ່ວມລາຍການ “ວັນບຸນກໍາມະກອນ - ຕະຫຼາດນັດແຫ່ງສາຍຈິດມິດໃຈ ປີ 2019”

(VOVWORLD) - ຕອນຄໍ່າວັນທີ 14 ກັນຍາ, ຢູ່ແຂວງຫ໋າຍຟ່ອງຂອງຫວຽດນາມ, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນນະຄອນຫາຍຟ່ອງ ຈັດຕັ້ງລາຍການ “ວັນບຸນກໍາມະກອນ - ຕະຫຼາດນັດແຫ່ງສາຍຈິດມິດໃຈ ປີ 2019”.
ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ເຂົ້າຮ່ວມລາຍການ “ວັນບຸນກໍາມະກອນ - ຕະຫຼາດນັດແຫ່ງສາຍຈິດມິດໃຈ ປີ 2019” - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ມອບຂອງຂວັນໃຫ້ແກ່ກໍາມະກອນ (ພາບ: TTXVN)

ເຂົ້າຮ່ວມລາຍການດັ່ງກ່າວ ມີທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ, ການນໍານະຄອນຫ໋າຍຟ່ອງ ພ້ອມດ້ວຍຄອບຄົວກໍາມະກອນໃນບໍລິເວນນະຄອນນັບພັນຄອບຄົວ. ນະທີ່ນີ້, ທ່ານນາງ ດ້ັງທິງອັກທິ້ງ ໄດ້ຕີລາຄາສູງການເຄື່ອນໄຫວຂອງບັນດາອົງການກໍາມະບານ ທີ່ໄດ້ມີການປ່ຽນແປງໃໝ່, ຫົວຄິດປະດິດສ້າງຫຼາຍຢ່າງ, ເນື້ອໃນເຄື່ອນໄຫວອຸດົມສົມບຸນ, ແທດຈິງ ໃນໄລຍະຜ່ານມາ. ກໍາມະບານນັບມື້ນັບປະຕິບັດພັນທະໜ້າທີ່ເປັນອົງການຕາງໜ້າເບິ່ງແຍງດູແລ, ປົກປ້ອງສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຊອບທໍາຂອງສະມາຊິກກໍາມະບານ ແລະ ຂອງຊາວຜູ້ອອກແຮງງານໄດ້ເປັນຢ່າງດີ, ຜັນຂະຫຍາຍລາຍການດັ່ງກ່າວຕິດພັນກັບຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ. ໃນນັ້ນ ໄດ້ສຸມໃສ່ການຜັນຂະຫຍາຍລາຍການ “ສະຫວັດດີການສັງຄົມໃຫ້ແກ່ສະມາຊິກກໍາມະບານ ແລະ ຊາວຜູ້ອອກແຮງງານ” ຢ່າງມີປະສິດທິຜົນ ຕາມເນື້ອໃນຈິດໃຈ “ກໍາມະບານຫວຽດນາມ - ອົງການຈັດຕັ້ງຂອງຊາວຜູ້ອອກແຮງງານ, ໂດຍຊາວຜູ້ອອກແຮງງານ ແລະ ເພື່ອຊາວຜູ້ອອກແຮງງານ” ເຊິ່ງ ລາຍການ “ວັນບຸນກໍາມະກອນ - ຕະຫຼາດນັດແຫ່ງສາຍຈິດມິດໃຈ 2019” ແມ່ນພະຍານຫຼັກຖານອັນມີຊີວິດຊີວາທີ່ພິສູດໃຫ້ເຫັນຄວາມມານະພະຍາຍາມນັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ