ທ່ານ​ນາງ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໊ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແຂ​ວງ ເຊີນ​ລ​າ

(VOVWORLD) - ທ່ານນາງ ຕ່ອງທິຟ໊ອງ ແລະ ການນຳ ແຂວງ ເຊີນລາກໍ່ໄດ້ຕອບບັນດາຄຳຄິດເຫັນ, ຂໍ້ສະເໜີ ຂອງບັນດາຜູ້ມີສິດເລືອກຕັ້ງໃນຂອບເຂດອຳນາດ, ພ້ອມທັງຮັບເອົາບັນດາຄຳຄິດເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງເພື່ອສົ່ງໃຫ້ຂັ້ນທີ່ມີສິດອຳນາດພິຈາລະນາ, ແກ້ໄຂ.
ທ່ານ​ນາງ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໊ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແຂ​ວງ ເຊີນ​ລ​າ - ảnh 1ທ່ານນາງຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ  ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ ຕາແສງ ຊວັນຍາ, ເມືອງເວິນໂຮ່, ແຂວງ ເຊີນລາ (ພາບ: ຫງວຽນເກື່ອງ/TTXVN)

ໂດຍປະຕິບັດຕາມໂຄງການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສະມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV, ວັນທີ 20 ມິຖຸນາ, ທ່ານນາງຕ່ອງທິຟ໊ອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງເຊີນລາ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ບັນດາຕາແສງ ຊວັນຍາ, ເຕິນຊວັນ ແລະ ຈ່ຽງຊວັນ, ເມືອງເວິນໂຮ່, ແຂວງ ເຊີນລາ.

        ກ່າວຄຳເຫັນທີ່ ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ໄດ້ຮັບຟັງ ແລະ ຍ້ອງຍໍຊົມເຊີຍບັນດາໝາກຜົນເຊິ່ງຕາແສງ ຊວັນຍາບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງທ່ານນາງ ຕ່ອງທິຟ໊ອງ ກໍ່ໄດ້ສະເໜີໃຫ້ອຳນາດການປົກຄອງ ແລະ ປະຊາຊົນ ໃນຕາແສງສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ພັດທະນາເສດຖະກິດຕິດພັນກັບການຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຮ່ວມແຮງຮ່ວມໃຈສ້າງສາເມືອງ ເວິນໂຮ່ ເວົ້າສະເພາະ ແລະ ແຂວງ ເຊີນລາເວົ້າລວມ ໃຫ້ນັບມື້ນັບສວຍງາມຮັ່ງມີຂຶ້ນຕື່ມ.

ທ່ານນາງ ຕ່ອງທິຟ໊ອງ ແລະ ການນຳ ແຂວງ ເຊີນລາກໍ່ໄດ້ຕອບບັນດາຄຳຄິດເຫັນ, ຂໍ້ສະເໜີ ຂອງບັນດາຜູ້ມີສິດເລືອກຕັ້ງໃນຂອບເຂດອຳນາດ, ພ້ອມທັງຮັບເອົາບັນດາຄຳຄິດເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງເພື່ອສົ່ງໃຫ້ຂັ້ນທີ່ມີສິດອຳນາດພິຈາລະນາ, ແກ້ໄຂ.

ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໊ອງ ໄດ້ມອບຂອງຂວັນໃຫ້ແກ່ບັນດາ ຕາແສງ ຊວັນຍາ, ເຕິນຊວັນ ແລະ ຈ່ຽງຊວັນ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວທະຫານເສຍອົງຄະໃນບໍລິເວນຕາແສງ ຊວັນຍາ, ມອບເງິນເພື່ອຊື້ວັດສະດຸກໍ່ສ້າງກິດຈະກຳກໍ່ສ້າງເດີນຮົ່ມສຳຮອງຕາແສງ ຊວັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ