ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມຕັອງທິຝ໋ອງລົງເຮັດວຽກທີ່ ແຂວງກວາງນິງ

(VOVWORLD) -  ວັນທີ 18 ສິງຫາ, ທ່ານນາງຕັອງທິຝ໋ອງກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມພ້ອມດ້ວຍຄະນະປະຕິບັດງານໄດ້ລົງເຮັດວຽກຮ່ວມກັບແຂວງກ່ວາງນິ່ງກ່ຽວກັບ ຜົນສຳເລັດຂອງການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XII ຂອງພັກກອມມູນິດຫວຽດນາມແລະກອງປະຊຸມໃຫ່ຍອົງຄະນະພັກຂັ້ນຕ່າງໆແຂວງກວ່າງນິ່ງ; ວຽກງານຊົນເຜົ່າແລະການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດແຂວງກວ່າງນິ່ງ.
ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມຕັອງທິຝ໋ອງລົງເຮັດວຽກທີ່ ແຂວງກວາງນິງ - ảnh 1 ທ່ານນາງຕັອງທິຝ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ເປັນປະທານການເຮັດວຽກ (ພາບ: quochoi.vn)

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຕັອງທິຝ໋ອງ ໄດ້ຮັບຮູ້ແລະຕີລາຄາສູງຕໍ່ຜົນສຳເລັດທີ່ແຂວງກວາງນິງບັນລຸມາໄດ້ ໃນວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ພ້ອມດຽວກັນນັ້ນກໍ່ມີຄວາມປະທັບໃຈທີ່ສຸດຕໍ່ແຂວງກວ່າງນິ່ງກ່ຽວກັບການພັດທະນາຢ່າງກະໂດດຂັ້ນໃນທົ່ວທຸກຂົງເຂດ.

        ໂດຍເນັ້ນໜັກກ່ຽວກັບໜ້າທີ່ຮັບຜິດຊອບໃນໄລຍະຈະມາເຖິງ, ທ່ານນາງຕັອງທິຝ໋ອງຮຽກຮ້ອງໃຫ້ແຂວງກວາງນິງຜັນຂະຫຍາຍຢ່າງເຂັ້ມງວດໃນວຽກງານກະກຽມ, ວຽກງານບຸກຄະລາກອນໃຫ້ແກ່ກອງປະຊຸມໃຫ່ຍອົງຄະນະພັກທຸກຂັ້ນ; ສືບຕໍ່ປະຕິບັດວຽກງານບຳລຸງສ້າງຝຶກອົບຮົມໃຫ້ແກ່ຖັນແຖວພະນັກງານໃຫ້ເປັນຢ່າງດີ, ພິເສດແມ່ນຖັນແຖວພະນັກງານຊົນເຜົ່າສ່ວນໜ້ອຍ. ພ້ອມກັນນັ້ນ, ແຂວງກໍ່ສືບຕໍ່ປະຕິບັດວຽກງານຕ້ານອາດຊະຍາກຳຄ້າຂາຍເຖື່ອນຢ່າງຜິດກົດໝາຍແລະການສໍ້ໂກງການຄ້າ; ປັບປຸງໃນວຽກງານການຄຸ້ມຄອງລັດ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ; ໃຫ້ຄວາມເບິ່ງແຍງຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ, ເປັນຕົ້ນແມ່ນຢູ່ເຂດຊົນນະບົດໃຫ້ເປັນຢ່າງດີ.

        ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ມີຄວາມປາດຖະໜາໃຫ້ ແຂວງກວາງນິງຕ້ອງກາຍເປັນທ້ອງຖິ່ນບັນລຸລະດັບເຕີບໂຕທີ່ເຂັ້ມແຂງຢູ່ເຂດຕາເວັນອອກສ່ຽງເໜືອຂອງທົ່ວປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ