ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ເຂົ້າຮ່ວມວາລະປະຊຸມຄະນະບໍລິຫານງານ AIPA-38

(VOVWORLD) - ຕອນເຊົ້າວັນທີ 15 ກັນຍາ, ຢູ່ນະຄອນຫຼວງມະນີລາ, ຟີລິບປິນ ໄດ້ດຳເນີນວາລະປະຊຸມຂອງຄະນະບໍລິຫານງານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 38 (AIPA-38).
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ເຂົ້າຮ່ວມວາລະປະຊຸມຄະນະບໍລິຫານງານ AIPA-38 - ảnh 1(ພາບປະກອບ / TTXVN) 

ວາລະປະຊຸມເປີດສາກໃຫ້ບັນດາການເຄື່ອນໄຫວຂອງ AIPA-38. ເຂົ້າຮ່ວມມີ 10 ຄະນະຜູ້ແທນລັດຖະສະພາບັນດາປະເທດສະມາຊິກ AIPA ລວມມີ: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ມຽນມາ, ໄທ, ຫວຽດນາມ ແລະ 11 ປະເທດສັງເກດການພ້ອມທັງແຂກຖືກເຊີນຈາກ ຄະນະເລຂາທິການອາຊຽນ, ສະຫະພັນລັດຖະສະພາ (IPU). ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍ ທ່ານ ນາງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ເປັນຫົວໜ້າຄະນະເຂົ້າຮ່ວມ AIPA-38.

        ປະທານສະພາຕ່ຳ ຟີລິບປິນ, ທ່ານ Pantaleon D.Alvarez, ປະທານ AIPA ໄດ້ເປັນປະທານວາລະປະຊຸມຂອງຄະນະບໍລິຫານງານ. ທີ່ວາລະປະຊຸມ, ຫົວໜ້າຄະນະສິງກະໂປ ເຊິ່ງແມ່ນປະເທດຈະຮັກສາບົດບາດເປັນປະທານ AIPA ປີ 2018, ໄດ້ຮັບການບົ່ງຕົວເປັນຮອງປະທານຢູ່ AIPA-38. ຄະນະບໍລິຫານງານ AIPA ໄດ້ພິຈາລະນາ ແລະ ຮັບຮອງເອົາລາຍການເຄື່ອນໄຫວ ແລະ ໂຄງການດຳເນີນງານຂອງ AIPA-38, ໃນນັ້ນມີຫົວຂໍ້ບັນດາກອງປະຊຸມຂອງຄະນະກຳມະການ AIPA; ກຳນົດເວລາຈັດຕັ້ງວາລະປະຊຸມສະມັດຊາໃຫຍ່ AIPA-38 ແຕ່ວັນທີ 16-19 ກັນຍາ ແລະ ບັນດາບັນຫາສຳຄັນອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ