ທ່ານນາງເອກອັກຄະລັກຖະທູດຫວຽດນາມ ໂງທິຮວ່າ ເປັນປະທານກອງປະຊຸມສະໄໝສາມັນ ເດືອນກັນຍາ 2018 ຂອງຄະນະກໍາມະການ ອາຊຽນ ຢູ່ La Hay

(VOVWORLD) -ວັນທີ 28 ກັນຍາ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ໂງທິຮວ່າ, ປະທານຄະນະກໍາມະການ ອາຊຽນ ຢູ່ La Hay, ປະເທດ ໂຮນລັງ ໄດ້ເປັນປະທານກອງປະຊຸມສະໄໝສາມັນ ເດືອນກັນຍາ 2018 ໂດຍມີການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ.
ທ່ານນາງເອກອັກຄະລັກຖະທູດຫວຽດນາມ ໂງທິຮວ່າ ເປັນປະທານກອງປະຊຸມສະໄໝສາມັນ ເດືອນກັນຍາ 2018 ຂອງຄະນະກໍາມະການ ອາຊຽນ ຢູ່ La Hay  - ảnh 1ທ່ານນາງເອກອັກຄະລັດຖະທູດຫວຽດນາມ ໂງທິຮວ່າ ມອບຕໍາແໜ່ງ ເປັນປະທານຄະນະກໍາມະການອາຊຽນ ຢູ່ La Hay ອາຍຸການຕໍ່ໄປ ໃຫ້ ທ່ານນາງ Eksiri Pintaruchi ເອກອັກຄະລັດຖະທູດ ໄທ (ພາບ: TTXVN)

ທີ່ກອງປະຊຸມ, ບັນດາເອກອັກຄະລັດຖະທູດ ອາຊຽນ ສືບຕໍ່ແລກປ່ຽນກ່່ຽວກັບການເຄື່ອນໄຫວ ຈະມາເຖິງຂອງ ຄະນະກໍາມະການ ເຊິ່ງລວມມີ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ກຸ່ມບໍລິສັດ Simwave ຂອງບັນດາ ເອກອັກຄະລັດຖະທູດ, ການພົບປະລະຫວ່າງບັນດາເອກອັກຄະລັດຖະທູດ ອາຊຽນ, ບັນດາເອກອັກຄະລັກຖະທູດ ອາຊີ ກັບ ລັດຖະມົນຕີພື້ນຖານໂຄງລ່າງ ໂຮນລັງ ໃນເດືອນ ຕຸລາ 2018, ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບການພົວພັນລະຫວ່າງ EU – ASEAM ກັບກຸ່ມບັນດາປະເທດ EU ຢູ່ໂຮນລັງ ໃນເດືອນພະຈິກ 2018. ໄປຄຽງຄູ່ກັນນັ້ນ,ກອງປະຊຸມກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ  ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ເມື່ອສິ້ນສຸດກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ໂງທິຮວ່າ ໄດ້ມອບຕໍາແໜ່ງ ເປັນປະທານຄະນະກໍາມະການອາຊຽນ ຢູ່ La Hay ອາຍຸການຕໍ່ໄປ ໃຫ້ ທ່ານນາງ Eksiri Pintaruchi ເອກອັກຄະລັດຖະທູດ ໄທ.

 

ຕອບກັບ

ຂ່າວ/ບົດ​ອື່ນ