ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສົ່ງເຄື່ອງຂອງບູຊາເຖິງວິຫານ Yasukuni

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ສົ່ງເຄື່ອງຂອງບູຊາເຖິງວິຫານ Yasukuni - ảnh 1
(ພາ​ບ​ປະ​ກອບ/Reuters)


(vovworld) - ວັນ​ທີ 21/04 ສຳ​ນັກ​ຂ່າວ​ສານ Kyodo ໃຫ້​ຂ່າວ​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ້​ສົ່ງ​ເຄື່ອງ​ຂອງ​ບູ​ຊາ​​ເຖິງ​ວິ​ຫານ Yasukuni, ​ຄາດ​ວ່າການ​ກະ​ທຳ​ດັ່ງ​ກ່າວ​ໄດ້​​ຖື​ວ່າ ຈະ​ປະ​ສົບ​ກັບ​ການ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ວິ​ຫານ Yasukuni ແມ່ນ​ສະ​ຖານ​ທີ່​ບູ​ຊາ​ຊາວ ຍີ່​ປຸ່ນ ທີ່​ເສຍ​ຊີ​ວິດ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ກ່​ວາ 2,5 ລ້ານ​ຄົນ, ໃນ​ນັ້ນ ມີ​ບັນ​ດາ​ອາດ​ສະ​ຍາ​ກ​ຳ​ສົງ​ຄາມ ຢີ່​ປຸ່ນ ອີກ. ສ.ເກົາຫຼີ ແລະ ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ອື່ນໆ​ຂອງ ຍີ່​ປຸ່ນ ຖື​ວິ​ຫານ Yasukuni ແມ່ນ​ສັນ​ຍາ​ລັກ​ຂອງລັດ​ທິ​ຂຸນ​ເສິກ ຍີ່​ປຸ່ນ ໃນສະ​ຕະ​ວັດ​ທີ 20 ແລະ ຖື​ວ່າເລື່ອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ຍີ່​ປຸ່ນ ​ມາ​ໄຫວ້ອາ​ໄລຢູ່​ວິ​ຫານ Yasukuni ແມ່ນ​ແນ​ໃສ່ “​ເຊີດ​ຊູ” ປະ​ຫວັດ​ສາດ​ໄລ​ຍະ​ສົງ​ຄາມ​ຂອງ​ປະ​ເທດ​ຕົນ. ບັນ​ດາ​ການ​ກະ​ທຳ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ກໍ່​ຄື​ການ​ຢ້ຽມ​ຢາມ​ວິ​ຫານ​ດັ່ງ​ກ່າວ​ຂອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ຫຼື ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ລ້ວນ​ແຕ່​​ປະ​ສົບ​ກັບ​ການຄັດ​ຄ້ານ​ຢ່າງ​ແຮງ​ຂອງ ສ.ເກົາຫຼີ ແລະ ຈີນ.


ຕອບກັບ

ຂ່າວ/ບົດ​ອື່ນ