ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Dmitry Medvedev ໄດ້ມີການເຈລະຈາ, ພົບປະກັບການນຳພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev

ຕອນຄ່ຳວັນທີ 19 ພະຈິກ, ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງຈົບງາມ ໃນເວລາ 2 ວັນແຕ່ວັນທີ 18 – 19 ພະຈິກ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Dmitry Medvedev ໄດ້ມີການເຈລະຈາ, ພົບປະກັບການນຳພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ.

        ໃນການພົບປະລະຫວ່າງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev, ເມື່ອຕອນຄ່ຳວັນທີ 19 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນການພົວພັນກັບລັດເຊຍ ແລະ ຍາມໃດກໍ່ສະໜັບສະໜູນ ລັດເຊຍ ໃນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກ. ເລື່ອງຍົກການການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນມີຄວາມໝາຍສຳຄັນໃນການຊຸກຍູ້ການຮ່ວມມືສອງຝ່າຍ, ພັດທະນາຢ່າງແຮງ, ເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນໃນທຸກໆຂົງເຂດ.

        ສ່ວນທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ຫວັງວ່າ ສອງອົງການນິຕິບັນຍັດສອງປະເທດຍາມໃດກໍ່ຮັກສາການພົວພັນຮ່ວມມືອັນດີງາມ; ສະແດງຄວາມຫວັງວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານ Duma ແຫ່ງຊາດ ລັດເຊຍ ເຊິ່ງຄາດວ່າດຳເນີນໃນທ້າຍປີນີ້ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

        ທີ່ການພົບປະຄັ້ງຕ່າງໆກັບການນຳ ຫວຽດນາມ, ສອງຝ່າຍໄດ້ແລກປ່ຽນທິດທາງ ແລະ ມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ຍືນຍົງ. ສອງຝ່າຍແລກປ່ຽນກ່ຽວກັບຫຼາຍບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເນັ້ນໜັກວ່າຄວນຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ສອງຝ່າຍຢັ້ງຢືນສືບຕໍ່ເພີ່ມທະວີການສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ; ຍູ້ແຮງການຮ່ວມມືໃນຂອບເຂດ ສປຊ, APEC, ASEM, ASEAN - ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ