ທ່ານນາຍົກລັດຖະມົນຕີ ລາວ ຕ້ອນຮັບລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ

(VOVWORLD) - ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ຄະນະກຳມະການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ ຕີລາຄາການຮ່ວມມືລະຫວ່າງ 2 ຝ່າຍຄືນໃໝ່ ຕາມເນື້ອໃນຈິດໃຈກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ກໍ່ຄືກະກຽມໃຫ້ກອງປະຊຸມຄັ້ງທີ 40 ຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ລາວ ຕ້ອນຮັບລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ - ảnh 1ທີ່ການຕ້ອນຮັບ

ວັນທີ 16 ທັນວາ, ທີ່ນະຄອນຫລວງ ວຽງຈັນ ປະເທດ ລາວ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ໂດຍທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸງ, ປະທານຄະນະກຳມະການຮ່ວມມື ຫວຽດນາມ - ລາວ ນຳໜ້າ, ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 14 – 16 ທັນວາ.

        ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢືນຢັນວ່າ ການຢ້ຽມຢາມຂອງຄະນະຜູ້ແທນ ຫວຽດນາມ ມີຄວາມໝາຍສຳຄັນ ເມື່ອ 2 ປະເທດກຳລັງພ້ອມກັນສະຫລຸບຕີລາຄາປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017 ກໍ່ຄືສະຫລຸບການຮ່ວມມືລະຫວ່າງ ຫວຽດນາມ  ແລະ ລາວ ໃນບັນດາການພັດທະນາເສດຖະກິດສັງຄົມໃນປີຜ່ານມາ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ຄະນະກຳມະການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ ຕີລາຄາການຮ່ວມມືລະຫວ່າງ 2 ຝ່າຍຄືນໃໝ່ ຕາມເນື້ອໃນຈິດໃຈກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ກໍ່ຄືກະກຽມໃຫ້ກອງປະຊຸມຄັ້ງທີ 40 ຈະມາເຖິງ. ທ່ານນາຍົກລັດຖະມົນຕີ ລາວ ຕີລາຄາສູງ ແລະ ອວຍພອນການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງ 2 ຄະນະກຳມະການ ແລະ ປາດຖະໜາວ່າ ການຮ່ວມມືດັ່ງກ່າວ ຈະໄດ້ຮັບການເສີມຂະຫຍາຍກ່ວາອີກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ