ທ່ານນາຍົກລັດຖະມົນຕີ ລາວຕ້ອນຮັບຄະນະການນຳຫ້ອງວ່າການລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ລາວຕ້ອນຮັບຄະນະການນຳຫ້ອງວ່າການລັດຖະບານ ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ
ຮັບຄະນະ​ການນຳຫ້ອງ​ວ່າການ​ລັດຖະບານ ຫວຽດນາມ
(ພາບ: nhandan.com.vn)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ຫ້ອງ​ວ່າການ​ລັດ​ຖະ​ບານ ສປປ.ລາວ, ຄະນະ​ການນຳ​ຫ້ອງ​ວ່າການ​ລັດຖະບານ ຫວຽດນາມ ​​ໂດຍ​ທ່ານ ຫງວຽນວັນ​ເນນ, ລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານນຳໜ້າ​ ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ປະ​ເທດ ລາວ ​ແຕ່​ວັນ​ທີ 17/4 – 18/4/2014.

    ຕອນ​ບ່າຍ​ວັນ​ທີ 17/4, ທີ່ການ​ຕ້ອນຮັບຄະນະ​ການນຳຫ້ອງ​ວ່າການ​ລັດຖະບານ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ຕີ​ລາຄາ​ສູງໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງຫ້ອງ​ວ່າການ​ລັດຖະບານສອງ​ປະ​ເທດ ​ແລະ ຖື​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫ້ອງ​ວ່າການ​ລັດຖະບານສອງ​ປະ​ເທດຄວນ​​ເສີມ​ຂະຫຍາຍ​ວຽກງານ​ເສນາ​ທິການ​ຊ່ວຍ​ວຽກ​ໃຫ້ລັດຖະບານ ​ແລະ ນາຍົກລັດຖະມົນຕີສອງປະ​ເທດ​ໃຫ້​ນັບ​ມື້ນັບ​ມີ​ປະສິດທິ​ຜົນ​ກວ່າ​ອີກ. ຄຽງຄ້າງນັ້ນ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ທີ່​ໃກ້​ຊິດ, ຄວາມສາມັກຄີ​ລະຫວ່າງ​ລັດຖະບານ​ກໍ່​ຄື​ປະຊາຊົນ​ສອງ​ປະ​ເທດ.

    ​ໃນ​ວັນ​ດຽວກັນ, ລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ ລາວ ສິນ​ລະ​ວົງ ຄຸດ​ໄພທູນ ຕາງໜ້າ​ໃຫ້​ພັກ,​ ລັດ ​ແລະ ລັດຖະບານ ລາວ ມອບຫຼຽນ​ໄຊ​, ຫຼຽນກາ​ຈຳນວນໜຶ່ງໃຫ້​ແກ່​ບັນດາ​ພະນັກງານ​ຂອງຫ້ອງ​ວ່າການ​ລັດຖະບານ ຫວຽດນາມ, ຜູ້​ມີ​ຜົນງານໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງຫ້ອງ​ວ່າການ​ລັດຖະບານສອງ​ປະ​ເທດ​​ໃນໄລຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ