ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບເອກອັກຄະລັດຖະທູດຈີນ, ແດນມາກ ເນື່ອງໃນໂອກາດມາຮັບໜ້າທີ່ ຢູ່ ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 13 ທັນວາ, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ສູງບົວ ແລະ ທ່ານເອກອັກຄະລັດຖະທູດ ແດນມາກ Hojlund Christensen ເນື່ອງໃນໂອກາດທີ່ບັນດາທ່ານເອກອັກຄະລັດຖະທູດ ມາຮັບໜ້າທີ່ທາງການທູດ ຢູ່ ຫວຽດນາມ.

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ສະແດງຄວາມຊົມເຊີຍທ່ານເອກອັກຄະລັດຖະທູດ ສູງບົວ ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສສ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານຫວຽດນາມ - ຈີນ; ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສູງບົວ ໃນຖານະເປັນເອກອັກຄະລັດຖະທູດຂອງ ຈີນ ປະຈຳ ຫວຽດນາມ ເສີມຂະຫຍາຍບົດບາດເປັນຂົວຕໍ່ທີ່ສຳຄັນ, ປະກອບສ່ວນຢ່າງແທດຈິງເຂົ້າໃນພາລະກິດການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບເອກອັກຄະລັດຖະທູດຈີນ, ແດນມາກ ເນື່ອງໃນໂອກາດມາຮັບໜ້າທີ່ ຢູ່ ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຈີນ  ສູງບົວ (ພາບ:chinhphu.vn)

ສ່ວນທ່ານເອກອັກຄະລັດຖະທູດ ຈີນ ກໍ່ຢັ້ງຢືນວ່າ ໃນຖານະເປັນເອກອັກຄະລັດຖະທູດ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ສືບຕໍ່ພັດທະນາ ໃຫ້ເໝາະສົມກັບຜົນປະໂຫຍດກໍ່ຄືການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສີວິໄລຂອງພາກພື້ນ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກກໍ່ໄດ້ ຕ້ອນຮັບທ່ານເອກອັກຄະລັດຖະທູດ ແດນມາກ Hojlund Christensen, ທີ່ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ໄດ້ເລົ່າຄືນຄວາມປະທັບໃຈທີ່ດີງາມ ໃນການໄປຢ້ຽມຢາມ ແດນມາກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ “ຄູ່ຮ່ວມມືເພື່ອການເຕີບໂຕຂຽວ ແລະ ບັນດາເປົ້າໝາຍທົ່ວໂລກ ຮອດປີ 2030” (P4G) ໃນເດືອນຕຸລາທີ່ຜ່ານມາ ຢູ່ແດນມາກ,  ແລະ ສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບເອກອັກຄະລັດຖະທູດຈີນ, ແດນມາກ ເນື່ອງໃນໂອກາດມາຮັບໜ້າທີ່ ຢູ່ ຫວຽດນາມ - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບທ່ານເອກອັກຄະລັດຖະທູດແດນມາກ Hojlund Christensen (ພາບ:chinhphu.vn)

ຖືວ່າວົງເງິນການຄ້າສອງສົ້ນ, ປັດຈຸບັນຫາກໍ່ບັນລຸປະມານ 700 ລ້ານ ໂດລາສະຫະລັດ, ແມ່ນຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນເທື່ອ, ທ່ານນາຍົກລັດຖະມົນຕີ ປາຖະໜາຢາກໃຫ້ສອງຝ່າຍຊຸກຍູ້ການຮ່ວມມືການຄ້າ, ການລົງທຶນຫຼາຍກວ່າເກົ່າ; ໃນນັ້ນ, ສະເໜີທ່ານເອກອັກຄະດຖະທູດ ຈັດຕັ້ງຄະນະວິສາຫະກິດ ແດນມາກ ຫຼາຍຄະນະມາຫວຽດນາມ ເພື່ອພົບປະແລກປ່ຽນ, ຊອກຫາໂອກາດໃນການຮ່ວມມື ກໍ່ຄືສົມທົບກັບບັນດາອົງການຂອງ ຫວຽດນາມ ຮັບປະກັນການນຳໃຊ້ແຫຼ່ງທຶນຊ່ວຍເຫຼືອດ້ານການເງິນຂອງ ແດນມາກ ຢ່າງມີປະສິດທິຜົນ…

ໂດຍໃຫ້ຮູ້ວ່ານັບມື້ນັບມີຫຼາຍວິສາຫະກິດແດນມາກ ມີຄວາມສົນໃຈລົງທຶນເຂົ້າຫວຽດນາມ, ທ່ານເອກອັກຄະລັດຖະທູດ Hojlund Christensen ສະແດງຄວາມປະເອີບໃຈ ຕໍ່ເລື່ອງລັດຖະບານ ຫວຽດນາມ ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງແຂງແຮງ ແລະ ຢັ້ງຢືນວ່າ ຈະພະຍາຍາມນຳວົງເງິນການຄ້າສອງຝ່າຍໃຫ້ເພີ່ມຂຶ້ນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ