ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ແບ່ງປັນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ທີ່ ອາຊຽນ 33

(VOVWORLD) - ຕອນຄ່ຳວັນທີ 13 ພະຈິກ, ທີ່ ຫໍປະຊຸມສາກົນ Suntec, ສິງກະໂປ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ພ້ອມດ້ວຍບັນດາການນຳ ອາຊຽນ ໄດ້ເຂົ້າຮ່ວມວາລະປະຊຸມຄົບຄະນະ ກອງປະຊຸມສຸດຍອດ ອາຊຽນ 33.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ແບ່ງປັນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ທີ່ ອາຊຽນ 33 - ảnh 1 ບັນດາການນຳເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ 33

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໄດ້ຕີລາຄາສູງບັນດາໝາກຜົນທີ່ ອາຊຽນ ບັນລຸໄດ້ໃນອາຍຸການທີ່ ສິງກະໂປ ເປັນປະທານ; ພ້ອມນັ້ນກໍ່ໄດ້ເນັ້ນໜັກວ່າ ບົນພື້ນຖານຄວາມສະດວກທີ່ມີຢູ່ແລ້ວໃນປີ 2018, ບົນຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງນັ້ນ ອາຊຽນ ຄວນສືບຕໍ່ໄດ້ຮັບການຍູ້ແຮງໃນຊຸມປີຕໍ່ໄປ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ແບ່ງປັນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບການເຊື່ອມຕໍ່ຖານຂໍ້ມູນດີຈີຕອນ, ຄວາມກົມກຽວກ່ຽວກັບຄ່າບໍລິການໂທລະສັບມືຖື, ສ້າງຕັ້ງມະຫາວິທະຍາໄລເຕັກໂນໂລຊີ ອາຊຽນ ແລະ ສ້າງຕັ້ງລະບົບເຄືອຂ່າຍແຈ້ງເຕືອນໄພທຳມະຊາດ ຢູ່ພາກພື້ນ ໂດຍໄວ.

ກ່ຽວກັບສະພາບການພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຢັ້ງຢືນວ່າ ບັນດາການຜັນແປໃນໄລຍະຜ່ານມາ ຢູ່ທະເລຕາເວັນອອກ ໄດ້ສ້າງຄວາມວິຕົກກັງວົນໃຫ້ແກ່ບັນດາປະເທດໃນພາກພື້ນ. ບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວໃນພື້ນທີ່ຕົວຈິງ ອາດພາໄປເຖິງການຄຳນວນທີ່ຜິດພາດ ແລະ ມີຄວາມສ່ຽງໃນການແຕະຕ້ອງກັນສູງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກຄືນບັນດາຫຼັກການທີ່ໄດ້ເປັນເອກະພາບໃນ ອາຊຽນ ກ່ຽວກັບການຍົກສູງກົດໝາຍສາກົນ ແລະ ສົນທິສັນຍາກົດໝາຍວ່າດ້ວຍທະເລ ປີ 1982 ໃນການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ລະຫງັບໃຈບໍ່ນຳໃຊ້ ຫຼື ນາບຂູ່ໃຫ້ນຳໃຊ້ກຳລັງອາວຸດ, ບໍ່ຫັນເປັນການທະຫານ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຕັ້ງໜ້າສ້າງ COC ຢ່າງມີປະສິດທິຜົນ, ແທດຈິງ ແລະ ປະຕິບັດຖະແຫຼງການ DOC ຢ່າງເຂັ້ມງວດ, ຄົບຖ້ວນ. ທ່ານນາຍົກລັດຖະມົນຕີ ສະໜັບສະໜູນ ອາຊຽນ ສວມບົດບາດຕັ້ງໜ້າໜູນຊ່ວຍ ມຽນມາ ແກ້ໄຂບັນຫາມະນຸດສະທຳ ຢູ່ລັດ Rakhine ກໍ່ຄືສະໜັບສະໜູນບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ປອດນິວເຄຼຍ ຢູ່ແຫຼມເກົາຫຼີ.

ເມື່ອສິ້ນສຸດກອງປະຊຸມ, ບັນດາການນຳ ອາຊຽນ ໄດ້ຊົມເຊີຍ ແລະ ຕີລາຄາສູງ ສິງກະໂປ ໃນຖານະເປັນປະທານ ອາຊຽນ 2018 ປະສົບຜົນສຳເລັດ, ທ່ານໃຫ້ຮູ້ວ່າຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ໄທ, ເຊິ່ງແມ່ນປະເທດປະທານ ອາຊຽນ ປີ 2019 ໃນການຫັນບັນດາເປົ້າໝາຍກໍ່ສ້າງປະຊາຄົມອາຊຽນ ໝັ້ນຄົງເຂັ້ມແຂງ, ສາມັກຄີ ແລະ ຮ່ວມສຳພັນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ