ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ SAP

(VOVWORLD) -ຕອນບ່າຍວັນທີ 21 ກັນຍາ, ທີ່ສໍານັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Bill McDermott, ປະທານກຸ່ມບໍລິສັດ SAP ຂອງ ເຢຍລະມັນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ SAP - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Bill McDermott, ປະທານກຸ່ມບໍລິສັດ SAP ຂອງ ເຢຍລະມັນ (ພາບ:chinhphu.vn)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງກຸ່ມບໍລິສັດ SAP ໃນຕະຫຼອດ 20 ປີ ຜ່ານມາ ໃຫ້ແກ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ມາດຕະການແກ້ໄຂລັດຖະບານດີຈີຕອນຂອງ SAP  ໄດ້ນໍາໃຊ້ສໍາເລັດຢູ່ບາງປະເທດ; ທ່ານສະເໜີ SAP ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຄົ້ນຄວ້າ ແລະ ທົດລອງນໍາໃຊ້ມາດຕະການດັ່ງກ່າວ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລັດຖະບານສ້າງສັນ, ພັດທະນາ, ໂປ່ງໃສ, ຂ້ຽວຂາດ, ຮັບໃຊ້ປະຊາຊົນ.

        ກ່ຽວກັບການສ້າງນະຄອນອັດສະລິຍະ,  ທ່ານນາຍົກລັດຖະມົນຕີ ສະເໜີ SAP ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງກໍ່ສ້າງ, ຂະແໜງການ, ທ້ອງຖິ່ນຕ່າງໆໝູນໃຊ້ມາດຕະການນະຄອນອະນາຄົດຂອງ SAP ເຂົ້າໃນວິວັດການ ບໍລິຫານ ແລະ ສ້າງນະຄອນອັດສະລິຍະຢູ່ຫວຽດນາມ.

        ກ່ຽວກັບການຫັນປ່ຽນດີຈີຕອນ ໃນປະຊາຄົມວິສາຫະກິດ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ວິວັດການນີ້ ພວມດໍາເນີນໄປຢ່າງຕັ້ງໜ້າຢູ່ໃນບັນດາວິສາຫະກິດ; ສະເໜີ SAP ສົມທົບກັບ ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຄົ້ນຄວ້າ, ທົດລອງນໍາໃຊ້ ເຕັກໂນໂລຢີຂອງ SAP, ຫັນປ່ຽນດີຈີຕອນ ໃຫ້ວິສາຫະກິດໂທລະຄົມ, ມະນາຄົມຫວຽດນາມ.

        ສ່ວນທ່ານ Bill McDermott ຊີ້ແຈ້ງວ່າ SAP ໃຫ້ຄໍາໝັ້ນສັນຍາຮ່ວມມື, ເດີນທາງໄປພ້ອມກັບຫວຽດນາມໃນການພັດທະນາຂົງເຂດດີຈີຕອນ, ໜູນຊ່ວຍ, ສ້າງເງື່ອນໄຂ ເພື່ອໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ສໍາຜັດກັບການປະຕິວັດດີຈີຕອນດີທີ່ສຸດ. SAP ປາດຖະໜາ ຢາກເຂົ້າຮ່ວມການພັດທະນາຂົງເຂດລັດຖະບານເອເລັກໂຕນິກ, ການປະຕິຮູບບົນຈິດໃຈ startup , ພັດທະນາວິສາຫະກິດຂະໜາດກາງ ແລະ ນ້ອຍ, ຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ