ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະຫະສະມາຄົມ ອີຕາລີ - ອາຊຽນ

(VOVWORLD) -ຫວຽດນາມ ຍິນດີຕ້ອນຮັບ, ສ້າງທຸກເງື່ອນໄຂໃຫ້ແກ່ເຫດການ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນອີຕາລີ - ອາຊຽນ ຄັ້ງທີ 3” ຢູ່ຮ່າໂນ້ຍ ໃນປີ 2019 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະຫະສະມາຄົມ ອີຕາລີ - ອາຊຽນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Enrico Letta ປະທານສະຫະສະມາຄົມ ອີຕາລີ - ອາຊຽນ (ພາບ: vov)

ທີ່ການຕ້ອນຮັບທ່ານ Enrico Letta  ປະທານ ສະຫະສະມາຄົມ ອີຕາລີ - ອາຊຽນ ໄດ້ດໍາເນີນໃນຕອນເຊົ້າວັນທີ 19 ທັນວາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍິນດີຕ້ອນຮັບ, ສ້າງທຸກເງື່ອນໄຂໃຫ້ແກ່ເຫດການ “ການພົບປະເຈລະຈາຂັ້ນສູງ ກ່ຽວກັບການພົວພັນອີຕາລີ - ອາຊຽນ ຄັ້ງທີ 3” ຢູ່ຮ່າໂນ້ຍ ໃນປີ 2019 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ນີ້ແມ່ນໂອກາດ ເພື່ອຮັດແໜ້ນການພົວພັນເສດຖະກິດ ລະຫວ່າງ ອີຕາລີ ກັບບັນດາປະເທດ ອາຊຽນ ຕື່ມອີກ ໃນນັ້ນ ມີຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ ອີຕາລີ ມີທັດສະນະຢ່າງແຮງ,  ສະຫະສະມາຄົມ ແລະ ໃນນາມສ່ວນຕົວ ທ່ານ Enrico Letta  ຈົ່ງມີການກະທົບ ເພື່ອໃຫ້ສະຫະພາບເອີຣົບ (ອີຢູ) ຮັບຮອງເອົາ ສັນຍາການຄ້າເສລີຫວຽດນາມ - ອີຢູ ( EVFTA) ໂດຍໄວ. ສິ່ງດັ່່ງກ່າວມີຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງຝ່າຍ. ທ່ານນາຍົກລັດຖະມົນຕີຫວັງວ່າ ພາຍຫຼັງການຢ້ຽມຢາມ ແລະ ພົບປະເຈລະຈາຄັ້ງນີ້ ວົງເງິນການຄ້າສອງຝ່າຍຈະເຕີບໂຕຢ່າງແຮງ.

        ສ່ວນທ່ານ Enrico Letta   ໃຫ້ຮູ້ວ່າ ໃນຊຸມວັນນີ້, ສະຫະສະມາຄົມ ພວມດໍາເນີນບັນດາການພົບປະ ກະກຽມ ໃຫ້ແກ່ເຫດການເຈລະຈາຂັ້ນສູງ ກ່ຽວກັບການພົວພັນເສດຖະກິດ ອີຕາລີ - ອາຊຽນ ຄາດວ່າ ຈະດໍາເນີນໃນເດືອນມິຖຸນາ 2019, ເຊິ່ງຈະປະກອບສ່ວນເຂົ້າໃນການຍົກລະດັບການພົວພັນສອງປະເທດ. ນີ້ກໍແມ່ນໂອກາດ ເພື່ອເພີ່ມທະວີການພົວພັນສອງຝ່າຍ ອາຊຽນ - ອີຕາລີ ແລະ ອີຕາລີ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ