ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ອໍານວຍໃຫຍ່ການອົງການ PEMANDU ມາເລເຊຍ

(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Dato Sri Idris Jala, ຜູ້ອໍານວຍການໃຫຍ່ ທັງເປັນປະທານສະພາບໍລິຫານອົງການຄຸ້ມຄອງ ແລະ ຮັບປະກັນປະສິດທິຜົນລັດຖະບານ ມາເລເຊຍ (PEMANDU) ແລະ ຄະນະນັກຊ່ຽວຊານທະນາຄານໂລກ (WB). 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ອໍານວຍໃຫຍ່ການອົງການ PEMANDU ມາເລເຊຍ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຕ້ອນຮັບທ່ານ Dato Sri Idris Jala, ຜູ້ອໍານວຍການໃຫຍ່ ທັງເປັນປະທານສະພາບໍລິຫານອົງການຄຸ້ມຄອງ ແລະ ຮັບປະກັນປະສິດທິຜົນລັດຖະບານ ມາເລເຊຍ

(ພາບ:thutuong.chinhphu.vn)

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍການມາຢ້ຽມຢາມຫວຽດນາມ ຂອງທ່ານ Dato Sri Idris Jala; ຕີລາຄາຜົນສໍາເລັດຂອງການເຈລະຈາລະຫວ່າງທ່ານ Dato Sri Idris Jala ກັບ ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ.

        ເມື່ອເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ມາເລເຊຍ ແມ່ນສອງປະເທດທີ່ມີຄວາມສະໜິດຕິດພັນໃນກຸ່ມອາຊຽນ, ພ້ອມກັນແບ່ງປັນບັນດາບົດຮຽນທີ່ປະສົບຜົນສໍາເລັດ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ມາເລເຊຍ ກໍແມ່ນໜຶ່ງໃນບັນດາປະເທດມີ ການລົງທຶນໃຫຍ່ຢູ່ຫວຽດນາມ ແລະ ມີບົດຮຽນຫຼາຍຢ່າງກ່ຽວກັບການປັບປຸງສິ່ງແວດລ້ອມແຫ່ງການລົງທຶນ ແລະ ດໍາເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ