ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບອະດີດນາຍົກລັດຖະມົນຕີ ລາວ

(VOVWORLD) - ຕອນບ່າຍວັນທີ 22 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບອະດີດນາຍົກລັດຖະມົນຕີ ລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ທ່ານອະດີດນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ໄດ້ມີການປະກອບສ່ວນໃຫຍ່ຫລວງຫລາຍຢ່າງເຂົ້າໃນການພັດທະນາ ແລະ ເພີ່ມພູນຄູນສ້າງໃຫ້ການພົວພັນມິດຕິພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ໃນນະໂຍບາຍພົວພັນຕ່າງປະເທດ, ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນສຳຄັນທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ບໍ່ພຽງແຕ່ຢູ່ຂັ້ນສູນກາງເທົ່ານັ້ນ ຫາກຍັງຢູ່ບັນດາທ້ອງຖິ່ນຂອງ ຫວຽດນາມ ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນໜູນຊ່ວຍບັນດາທ້ອງຖິ່ນຂອງ ລາວ ພັດທະນາ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ