ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອິດສະລາແອັນ ເຂົ້າຢ້ຽມອຳລາ

(VOVWORLD) - ຕອນບ່າຍວັນທີ 24 ມິຖຸນາ, ທີ່ສຳນັກງານນາຍົກລັດຖະມົນຕີ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານນາງ Meirav Eilon Shahar ເອກອັກຄະລັດຖະທູດ ອິດສະລາແອັນ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອິດສະລາແອັນ ເຂົ້າຢ້ຽມອຳລາ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ Meirav Eilon Shahar ເຂົ້າຢ້ຽມອຳລາ 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຮູ້ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມ, ການປະກອບສ່ວນຂອງທ່ານນາງເອກອັກຄະລັດຖະທູດ Meirav Eilon Shahar ໃນໄລຍະຜ່ານມາ, ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກສູ້ສາຍພົວພັນ 2 ປະເທດ ຫວຽດນາມ - ອິດສະລາແອັນ ທີ່ບັນລຸບັນດາບາດກ້າວພັດທະນາສຳຄັນ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນເລື່ອງຊຸກຍູ້ການພົວພັນມິດຕະພາບ ການຮ່ວມມືຫລາຍດ້ານກັບ ອິດສະລາແອັນ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ 2 ຝ່າຍຄວນເພີ່ມທະວີບັນດາການເຄື່ອນໄຫວສົມທົບກັນກ່ວາອີກ ເພື່ອມີບັນດາມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດນີ້ກ່ວາອີກ ພິເສດໃນການຮ່ວມມືດ້ານການຄ້າ, ການລົງທຶນ. ສ່ວນທ່ານນາງເອກອັກຄະລັດຖະທູດ Meirav Eilon Shahar ສະແດງໃຫ້ເຫັນວ່າ ຍາມໃດກໍ່ຖື ຫວຽດນາມ ເປັນບ້ານຂອງຕົນ ແລະ ພາຍຫລັງກັບຄືນປະເທດ, ເຖິງວ່າຢູ່ໃນຖະນາຕຳແໜ່ງໃດກໍ່ຕາມ, ທ່ານກໍ່ຈະສືບຕໍ່ເປັນເອກອັກຄະລັດຖະທູດທີ່ມີເຈດຕະນາດີ, ຍາມໃດກໍ່ສະໜັບສະໜູນ ແລະ ເພີ່ມພູນຄູນສ້າງການພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ