ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕອບສຳພາດຕໍ່ນັກຂ່າວ ຍີ່ປຸ່ນ

(VOVWORLD) - ໃນຊຸມປີຜ່ານມາ, ດ້ວຍບັນດາຄວາມມານະພະຍາຍາມຊຸກຍູ້ການປະຕິຮູບເສດຖະກິດຢູ່ພາຍໃນປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕອບສຳພາດຕໍ່ນັກຂ່າວ ຍີ່ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

(ພາບ: Thống Nhất/TTXVN)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ການຢ້ຽມຢາມ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕອບສຳພາດຕໍ່ສື່ມວນຊົນຍີ່ປຸ່ນ. ໂດຍຖືວ່າ: ໃນຊຸມປີຜ່ານມາ, ດ້ວຍບັນດາຄວາມມານະພະຍາຍາມຊຸກຍູ້ການປະຕິຮູບເສດຖະກິດຢູ່ພາຍໃນປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ບັນດາປະເທດແມ່ນ້ຳຂອງ ບັນລຸໄດ້ຫຼາຍຜົນງານສຳຄັນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ກາຍເປັນໜຶ່ງໃນບັນດາພາກພື້ນມີລະດັບການເຕີບໂຕດ້ານເສດຖະກິດສູງແຖວໜ້າຂອງໂລກ. ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດ ແມ່ນ້ຳຂອງ ແມ່ນໃຫຍ່ຫຼວງ ແລະ ຍັງມີຫຼາຍຂົງເຂດອາດຈະຊຸກຍູ້ຫຼາຍກ່ວາອີກ, ເພື່ອຄວາມວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ. ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ນັ້ນ, ຫວຽດນາມ ຫວັງວ່າ ຍີ່ປຸ່ນ ຈະສືບຕໍ່ເສີມຂະຫຍາຍບົດບາດແມ່ນ ຄູ່ຮ່ວມມືເພື່ອ “ການພັດທະນາມີຄຸນນະພາບສູງ” ຢູ່ພາກພື້ນແມ່ນ້ຳຂອງ ກ່ວາອີກ, ເສີມຂະຫຍາຍການພົວພັນໜູນຊ່ວຍກັນຢ່າງສຸດຂີດລະຫວ່າງທ່າແຮງຂອງ ຍີ່ປຸ່ນ ກ່ຽວກັບເຕັກໂນໂລຊີ, ການເງິນ ກັບທ່າໄດ້ປຽບຂອງພາກພື້ນ ແມ່ນ້ຳຂອງ ກ່ຽວກັບລະດັບການເຕີບໂຕ, ການຕະຫຼາດ ແລະ ແຮງງານ.

        ທ່ານນາຍົກລັດຖະມົນຕີ ຖືວ່າ ກອງປະຊຸມສຸດຍອດຈະມາເຖິງແມ່ນຂີດໝາຍ 10 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາການຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ. ນີ້ກໍ່ແມ່ນໂອກາດສຳຄັນເພື່ອໃຫ້ການນຳບັນດາປະເທດ ແມ່ຂອງ ແລະ ຍີ່ປຸ່ນ ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການພັດທະເສດຖະກິດ, ການຮ່ວມມືພາກພື້ນ ແລະ ວາງອອກບັນດາທິດທາງໃໝ່ໃນການຮ່ວມມືລະຫວ່າງ 6 ປະເທດ. ຫວຽດນາມ ຈະສົມທົບກັນຢ່າງແໜ້ນແຟ້ນ ພ້ອມກັບ ຍີ່ປຸ່ນ ແລະ ບັນດາປະເທດ ແມ່ຂອງ ເພື່ອໃຫ້ກອງປະຊຸມປະສົບຜົນສຳເລັດຢ່າງຈົບງາມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ປີນີ້, ຫວຽດນາມ ແລະ ຍີ່ປຸ່ນ ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບປະຫວັດສາດ, ວັດທະນະທຳ, ມູນເຊື້ອ, ຄຸນຄ່າວັດທະນະທຳມະນຸດ ແລະ ມີການພົວພັນແບບພິເສດ. ປະຈຸບັນ, ພາຍຫຼັງ 45 ປີແຫ່ງວັນສ້າງຕັ້ງການພົວພັນ, ສອງປະເທດໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງກັນ, ແບ່ງປັນຫຼາຍຜົນປະໂຫຍດຍຸດທະສາດລວມ.

        ກ່ຽວກັບວິວັດການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ຂອງ ຫວຽດນາມ ແລະ ອາດຈະປະຕິບັດສຳເລັດໃນປີນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ເລື່ອງເຂົ້າຮ່ວມ CPTPP ອີກເທື່ອໜຶ່ງໄດ້ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ກ່ຽວກັບການສືບຕໍ່ປ່ຽນໃໝ່, ເຊື່ອມໂຍງເຂົ້າກັບສາກົນຮອບດ້ານ, ເລິກເຊິ່ງ, ກ້ວາງຂວາງ, ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມການສ້າງຮູບປະທຳບັນດາຂອບເຂດການຮ່ວມມື ແລະ ການຮ່ວມສຳພັນເສດຖະກິດພາກພື້ນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາກວມລວມຢູ່ພາກພື້ນ ອາຊີ - ປາຊີຟິກ, ພ້ອມທັງ ສ້າງຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືຢ່າງກ້ວາງຂວາງກ່ວາກ່ຽວກັບເສດຖະກິດ - ການຄ້າ ໃນການພົວພັນກັບບັນດາຄູ່ຮ່ວມມືຍຸດທະສາດສຳຄັນ, ໃນນັ້ນມີ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ