ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານ ກິມລຽນ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2018),
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານ ກິມລຽນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ຕອນເຊົ້າວັນທີ 20 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ແລະ ແຂວງ ເງະອານ ໄດ້ຖະຫວາຍດອກໄມ້,  ທູບທຽນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ກິມລຽນ ເມືອງ ນາມດ່ານ, ແຂວງ ເງະອານ.

        ດ້ວຍຈິດໃຈເຄົາລົບນັບຖືຖະຫວາຍດອກໄມ້, ທູບທຽນ, ກົ້ນຫົວໄວ້ອາໄລຕໍ່ດວງວິນຍານປະທານ ໂຮ່ຈີມິນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ມີຊື່ສຽງໂລກ, ຜູ້ນຳດີເລີດຂອງຂະບວນການກຳມະກອນກອນ ແລະ ປົດປ່ອຍຊາດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ