ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

(vovworld) - ​ເນື່ອງ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່​ປີ​ລະກາ 2017, ຕອນ​ບ່າຍ​ວັນ​ທີ 18/2, ທ່ານ​ນາຍົກລັດຖະມົນຕີ​ ຫງວຽນ​ຊວນ​ຟຸກ ​ໄດ້​ມາ​ຖະຫວາຍ​ດອກ​ໄມ້, ທູບ​ທຽນ ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ຢູ່​ເຂດ​ປູຊະນີຍະສະຖານ​ແຫ່ງ​ຊາດພິ​ເສດ ກິມລຽນ (​ເງ້ອານ), ​​ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​​ເຊິ່ງຕໍ່​ບຸນ​ຄຸນ​ອັນ​ໃຫຍ່​ຫຼວງ ​ແລະ ພາລະກິດ​ທີ່​ຍິ່ງ​ໃຫຍ່​ຂອງ​ປະທານ ​ໂຮ່ຈີມິນ - ວິລະ​ຊົນ​ປົດ​ປ່ອຍ​ຊາດ, ນັກ​ວັດທະນະທຳ​ດີ​ເລີດ. ​ໃນ​ໂອກາດ​ນີ້, ທ່ທ່ານ​ນາຍົກລັດຖະມົນຕີ​ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ ກໍ່​ມາ​ຢ້ຽມຢາມ​ເຮືອນ​ຂອງ​ທ່ານ ຫງວຽນ​ຊິງ​ຊັກ, ​ແຫ່ງ​ທີ່​ປະທານ ​ໂຮ່ຈີ​ມິນ​ດຳລົງ​ຊີວິດ​ເມື່ອ​ເວລາ​ຍັງ​ນ້ອຍ​ຢູ່​ບ້ານ ​ແຊນ. ກໍ່​ຄື​ຢ້ຽມຢາມ​ຫໍພິພິດທະພັນ ບ້ານ​ແຊນ. ທ່ານ​ນາຍົກລັດຖະມົນຕີ​ ຫວັງ​ວ່າ​ຄະນະ​ຄຸ້ມ​ຄອງ​ເຂດ​ປູຊະນີຍະສະຖານ ຈະ​ມີ​ປື້​ມຫຼາຍຫົວ​ກວ່າອີກ​ເພື່ອ​ຮັບ​ໃຊ້​ຜູ້​ອ່ານ​ໃນ​ທຸກ​ເກນ​ອາຍຸ, ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້, ວັດທະນະທຳ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ເຂດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ອ່ານ​ປື້​ມຂອງ​ຊາວບ້ານ ​ແຊນ, ກິມລຽນ - ​ເຊິ່ງ​ແມ່ນ​ເຂດ​ທີ່​ມີ​ມູນ​ເຊື້ອ​ຮັກ​ຊາດ, ມູນ​ເຊື້ອ​ປະຕິວັດ ​ແລະ ມັກ​ຮຽນ - ບ້ານ​ເກີດ​ເມືອງ​ນອນ​ຂອງ​ປະທານ ​ໂຮ່ຈີ​ມິນ​ ທີ່​ແສນ​ເຄົາລົບ​ຮັກ.

 

ຂ່າວ/ບົດ​ອື່ນ