ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ

(VOVWORLD) - ວັນທີ 11 ພະຈິກ 2017 ທີ່ດ່າໜັງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຢຶດໝັ້ນແນວທາງການພັນຕ່າງປະເທດເປັນເອກະລາດ, ເປັນເຈົ້ນຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ; ຫັນການພົວພັນສາກົນເປັນຫລາຍຮູບຫລາຍແບບ, ຫລາຍຝ່າຍ; ພັກ ແລະ ລັດຖະບານ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສິີຈິ້ນຜິງ ສືບຕໍ່ເອົາໃຈໃສ່, ຊີ້ນຳ ເພື່ອໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ຈີນ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ກ່ຽວກັບບັນຫາທະເລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ 2 ຝ່າຍຢຶດໝັ້ນແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ສະເໜີ 2 ຝ່າຍປະຕິບັດບັນດາຂໍ້ກຳນົດຂອງການນຳຂັ້ນສູງ 2 ພັກ, 2 ລັດຢ່າງເຂັ້ມງວດ ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ບໍ່ມີການກະທຳເປີດກ້ວາງ, ເຮັດໃຫ້ການຂັດແຍ້ງກັນສັບສົນຂຶ້ນຕື່ມ ເພື່ອຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຊົມເຊີຍ ຫວຽດນາມ ທີ່ໄດ້ຈັດຕັ້ງກອງປະຊຸມສຸດຍອດ APEC 2017 ສຳເລັດຜົນຢ່າງຈົບງາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງພັກ, ລັດ ແລະ ປະຊາຊົນບັນດາທ້ອງຖິ່ນຖືກເສຍຫາຍຈາກໄພທຳມະຊາດໃນໄລຍະຜ່ານມາ, ພ້ອມທັງ ຖະແຫຼງວ່າ ລັດຖະບານ ຈີນ ໃຫ້ການຊ່ວຍເຫຼືອທາງດ້ານວັດຖຸລວມມູນຄ່າ 10 ລ້ານຢວນ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມາຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຈີນ ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ