ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ອວຍພອນບຸນເຕັດເມືອງ ຫາຍເຈົາ, ດ່າໜັງ

(VOVWORLD) -ຕອນເຊົ້າວັນທີ 16 ກຸມພາ, ໝາຍຄວາມວ່າ ວັນທີ 1 ເດືອນຈຽງປີຈໍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາກຳລັງປະກອບອາວຸດນະຄອນ ດ່າໜັງ, ໂອ້ລົມກັບການນຳເມືອງ ຫາຍເຈົາ - ເມືອງໃຈກາງນະຄອນ ດ່າໜັງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ອວຍພອນບຸນເຕັດເມືອງ ຫາຍເຈົາ, ດ່າໜັງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາກຳລັງປະກອບອາວຸດນະຄອນ ດ່າໜັງ

ຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດນະຄອນ ດ່າໜັງ ລວມມີ ກອງບັນຊາການທະຫານ, ຕຳຫລວດ, ທະຫານປ້ອງກັນຊາຍແດນ ແລະ ຕຳຫລວດດັບເພີງນະຄອນ ດ່າໜັງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາຜົນງານ ເຊິ່ງກຳລັງປະກອບອາວຸດນະຄອນ ດ່າໜັງ ບັນລຸໄດ້ໃນປີຜ່ານມາ ແລະ ເນັ້ນໜັກວ່າ ປີໃໝ່ 2018 ບັນດາກຳລັງປະກອບອາວຸດນະຄອນ ດ່າໜັງ ສືບຕໍ່ສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍດ້ານການເມືອງ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງນະຄອນ ເວົ້າສະເພາະ ແລະ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ