ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ APEC ຄັ້ງທີ 26

(VOVWORLD) -ກອງປະຊຸມບໍ່ອອກຖະແໜງການຂອງບັນດາການນໍາ APEC ຄືປົກກະຕິ

        ຕອນຄໍ່າວັນທີ 18 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ນໍາ ໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 26 ຂອງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ ປາປົວ ນິວກີເນ ຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ APEC  ຄັ້ງທີ 26  - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ:Thong Nhat/TTXVN)

ໃນການເຮັດວຽກເປັນເວລາ 02 ວັນ ຢູ່ ປາປົວ ນິວກີເນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມຫຼາຍກວ່າ  10 ເຫດການສໍາຄັນ. ທີ່ບັນດາເຫດການນັ້ນ, ທ່ານ ຫງວຽນຊວນຟຸກ ໄດ້ສະແດງທັດສະນະຂອງຫວຽດນາມ ກ່ຽວກັບການສະໜັບສະໜູນການຫັນການຄ້າ, ການລົງທຶນເປັນເສລີ, ຊຸກຍູ້ການຄ້າເອເລັກໂຕນິກ ແລະ ພື້ນຖານເສດຖະກິດດີຈີຕອນ, ຮັບປະກັນການເຕີບໂຕແບບກວມລວມ ແລະ ປະຕິບັດບັນດາເປົ້າໝາຍສະຫັດສະວັດ. ພ້ອມກັນນັ້ນ, ທ່ານ ຫງວຽນຊວນຟຸກ ຍັງໄດ້ສະເໜີບັນດາມາດຕະການສໍາຄັນ ເພື່ອຊຸກຍູ້ການຮ່ວມມືໃນ APEC, ຍົກສູງທີ່ຕັ້ງບົດບາດຂອງເວທີປາໄສດັ່ງກ່າວຢູ່ໃນລະດັບສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັ້ກວ່າ, ເລື່ອງສະພາແຫ່ງຊາດຫວຽດນາມ ຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ດ້ວຍອັດຕາສ່ວນເຫັນດີ 100% ຂອງສະມາຊິກສະພາແຫ່ງຊາດ ໄດ້ຢັ້ງຢືນໃຫ້ເຫັນວ່າ ຫວຽດນາມ ຕັດສິນໃຈສືບຕໍ່ປ່ຽນແປງໃໝ່ຢ່າງຮອບດ້ານ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ສະໜັບສະໜູນການຫັນການຄ້າ, ການລົງທຶນເປັນເສລີ ແລະ ເປີດກວ້າງ, ອີງຕາມລະບຽບກົດໝາຍ ແລະ ຕາມມາດຕະຖານສູງ.  ທ່ານ ບຸຍແທັງເຊີນ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເຊິ່ງໄດ້ຮ່ວມເດີນທາງຕິດຕາມຄະນະຜູ້ແທນຂັ້ນສູງຫວຽດນາມ ຖືວ່າ:

        “ເລື່ອງຮັບຮອງເອົາສັນຍາ CPTPP ແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງຂອງຫວຽດນາມ ແລະ ບັນດາພື້ນຖານເສດຖະກິດໃນສັນຍາ CPTPP, ໂດຍສະເພາະແມ່ນໃນສະພາບ ທີ່ພວມມີທ່າອ່ຽງ ບໍ່ຢາກຫັນການຄ້າ ແລະ ການລົງທຶນ ເປັນເສລີ. ເລື່ອງບັນດາປະເທດໃຫ້ສັດຕະຍາບັນສັນຍາສະບັບດັ່ງກ່າວ ແລະ ຄາດວ່າ ຈະມີຜົນສັກສິດນັບແຕ່ປີໜ້າເປັນຕົ້ນໄປນັ້ນ ແມ່ນກໍາລັງໜູນເພື່ອສືບຕໍ່ທ່າອ່ຽງຫັນການຄ້າຢູ່ພາກພື້ນເປັນເສລີ. ສິ່ງດັ່ງກ່າວ ກໍປະກອບສ່ວນມຸ່ງໄປສູ່ອະນາຄົດອັນຍາວໄກໃນທົ່ວພາກພື້ນ ອາຊີ - ປາຊີຟິກ. ປະຊາຄົມວິສາຫະກິດ APEC ແນ່ນອນວ່າ ຢາກຫັນການຄ້າເປັນເສລີ, ເພາະວ່ານີ້ແມ່ນຜົນປະໂຫຍດ, ແມ່ນກໍາລັງໜູນໃນຕະຫຼອດໄລຍະຜ່ານມາ.”

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 18 ພະຈິກ, ກອງປະຊຸມສຸດຍອດ APEC ຄັ້ງທີ 26 ຖືກອັດລົງຢ່າງເປັນທາງການ. ກອງປະຊຸມບໍ່ອອກຖະແໜງການຂອງບັນດາການນໍາ APEC ຄືປົກກະຕິ. ເຖິງຢ່າງໃດກໍຕາມ, ບັນດາສະມາຊິກ APEC ລ້ວນແຕ່ເນັ້ນໜັກເຖິງບັນດາໝາກຜົນສໍາຄັນ ກ່ຽວກັບການຮ່ວມສໍາພັນເສດຖະກິດໃນພາກພື້ນ, ການເຕີບໂຕແບບຍືນຍົງ, ກວມລວມ, ເຊື່ອມຕໍ່ກັນໃນຫຼາຍຂົງເຂດອື່ນໆ ເຊິ່ງ APEC ບັນລຸໄດ້ໃນປີນີ້, ພ້ອມທັງເຫັນດີເປັນເອກະພາບຈະດໍາເນີນກອງປະຊຸມສຸດຍອດ APEC ຄັ້ງທີ 27 ຢູ່ ປະເທດ ຈີລີ ໃນປີ 2019.


ຕອບກັບ

ຂ່າວ/ບົດ​ອື່ນ