ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ RCEP ແລະ ກອງ​ປະ​ຊຸມ ອາ​ຊຽນ - ສ. ເກົາຫຼີ

(VOVWORLD) - ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເຈລະຈາສັນຍາ RCEP, ໃນນັ້ນໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈສິ້ນສຸດການເຈລະຈາເພື່ອບັນລຸໄດ້ສັນຍາການຄ້າເສລີທັນສະໄໝ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ RCEP ແລະ ກອງ​ປະ​ຊຸມ ອາ​ຊຽນ - ສ. ເກົາຫຼີ - ảnh 1 ເຈົ້າໜ້າທີ່ປະເທດຕ່າງໆເຂົ້າຮ່ວມກອງປະຊຸມ RCEP

(ພາບ:Thống Nhất/TTXVN)

ຕອນບ່າຍວັນທີ 14 ພະຈິກ, ຢູ່ສິງກະໂປ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງຄັ້ງທີ 2 ບັນດາປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງລວມມີ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄື ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ. ເກົາຫຼີ, ນິວຊີແລນ. ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເຈລະຈາສັນຍາ RCEP, ໃນນັ້ນໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈສິ້ນສຸດການເຈລະຈາເພື່ອບັນລຸໄດ້ສັນຍາການຄ້າເສລີທັນສະໄໝ, ຮອບດ້ານ, ມີຄຸນນະພາບສູງ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ທຸກຝ່າຍໃນປີ 2019.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາການນຳ ອາຊຽນ ແລະ ທ່ານປະທານາທິບໍດີ ສ. ເກົາຫຼີ ກໍ່ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ສ. ເກົາຫຼີ ຄັ້ງທີ 20. ບັນດາການນຳໄດ້ເຫັນດີເປັນເອກະພາບສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 200 ຕື້ USD ໃນປີ 2020; ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດຈາກການເມືອງ - ຄວາມໝັ້ນຄົງ ຕະຫຼອດຮອດເສດຖະກິດ - ການຄ້າ - ການລົງທຶນ, ແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ; ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມສຸດຍອດສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຄູ່ຮ່ວມມື ອາຊຽນ - ສ. ເກົາຫຼີ ຢູ່ ສ. ເກົາຫຼີ ໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ