ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຂອງ ສະພາໃຫ້ຄໍາປຶກສານະໂຍບາຍເງິນຕາແຫ່ງຊາດ

(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາໄລຍະຂອງ ສະພາໃຫ້ຄໍາປຶກສານະໂຍບາຍເງິນຕາແຫ່ງຊາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຂອງ ສະພາໃຫ້ຄໍາປຶກສານະໂຍບາຍເງິນຕາແຫ່ງຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ກ່າວຄໍາເຫັນທີກອງປະຊຸມ

(vov.vn)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ສະພາໃຫ້ຄໍາປຶກສານະໂຍບາຍເງິນຕາແຫ່ງຊາດ  ແມ່ນຊ່ອງຂໍ້ມູນຂ່າວສານທີ່ມີປະໂຫຍດ, ທ່ານນາຍົກລັດຖະມົນຕີສະແດງຄວາມປາດຖະໜາ ຢາກໃຫ້ບັນດານັກຊ່ຽວຊານປະກອບຄໍາເຫັນຢ່າງກົງໄປກົງມາ ກ່ຽວກັບບັນດາບັນຫາທີ່ໄດ້ວາງອອກ ສໍາລັບນະໂຍບາຍດ້ານການເງິນ, ເງິນຕາ ເພື່ອໃຫ້ລັດຖະບານມີຊ່ອງຂໍ້ມູນຂ່າວສານ ເພື່ອແກ້ໄຂບັນດາບັນຫາດັ່ງກ່າວໃຫ້ທັນການກວ່າ. ພ້ອມທັງຢືນຢັນວ່າ ຈະສືບຕໍ່ຢຶດໝັ້ນບັນດາເປົ້າໝາຍທີ່ພັກ, ສະພາແຫ່ງຊາດມອບໝາຍໃຫ້ລັດຖະບານບໍລິຫານ, ບໍ່ດັດປັບເປົ້າໝາຍ, ແຜນການປີ 2018, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ຂະແໜງການຂັ້ນຕ່າງໆຄວນ ຕ້ອງສືບຕໍ່ມານະພະຍາຍາມປ່ຽນແປງໃໝ່, ປະຕິຮູບຢ່າງແທ້ຈິງ, ເຄື່ອນໄຫວຢ່າງມີປະສິດທິຜົນກວ່າ ເພື່ອສູ້ຊົນປະຕິບັດສໍາເລັດບັນດາຕົວເລກຄາດໝາຍເສດຖະກິດ - ສັງຄົມ ຢ່າງຮອບດ້ານ. ເມື່ອຕັ້ງບັນຫາໃສ່ກັບລະດັບການເຕີບໂຕຄືປັດຈຸບັນ ແລະ ບັນດາແຜນການເຕີບໂຕໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດານັກຊ່ຽວຊານ ຍົກອອກບັນດາຂໍ້ສັງເກດ ກ່ຽວກັບທ່າອ່ຽງຂອງເງິນເຟີ້ໄລຍະກາງ, ໄລຍະຍາວ; ພ້ອມທັງຍົກອອກບັນດາມາດຕະການ ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງໄວ້. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ບັນດານັກຊ່ຽວຊານຂອງສະພາ ຈົ່ງປະກອບຄໍາເຫັນກ່ຽວກັບການສ້າງນະໂຍບາຍດ້ານການເງິນ, ການຄ້າຂອງ ຫວຽດນາມໃຫ້ສົມບູນແບບ ໃນສະພາບທີ່ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງບັນດາພື້ນຖານເສດຖະກິດແຖວໜ້າຂອງໂລກ ໂດຍສະເພາະແມ່ນກ່ຽວກັບການນໍາເຂົ້າ - ສົ່່ງອອກ, ດຸນການຊໍາລະ, ການລົງທຶນຈາກຕ່າງປະເທດ ແລະ ອື່ນໆ. 

ຕອບກັບ

ຂ່າວ/ບົດ​ອື່ນ