ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ WEF

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ WEF - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ
ແລະ ທ່ານປະທານ WEF Klas Schwab

(vovworld) – ຕອນ​ບ່າຍ​ວັນ​ທີ 18/1, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໂດຍ​ ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ນຳ​ໜ້າ​ເລີ່​ມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່ ກອງ​ປະຊຸມ​ປະຈຳ​ປີ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ຄັ້ງ​ທີ 47 ຢູ່​ນະຄອນ Davos, ປະ​ເທດ ສະ​ວິດ ( WEF Davos) . ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ອົດ​ຕະລິດ Christian Kern, ​ເຮັດ​ວຽກ​ກັບ​ປະທານ WEF Klas Schwab, ທ່ານ​ປະທານ​ທະນາຄານ​ພັດທະນາ​ອາຊີ (ADB) Tahehiko Nakao, ປະທານ​ກຸ່ມ​ບໍລິສັດ Microsoft Bradford Smith, ​ເຂົ້າ​ຮ່ວມ​ການ​ເຈລະຈາ​ກັບ 20 ກຸ່ມ​ບໍລິສັດ​ໃຫຍ່ ​ແລະ ພົບ​ປະ​ກັບ​ບັນດາສຳນັກ​ຂ່າວສານ​ແຖວ​ໜ້າ.

​ໃນ​ການ​ເຮັດ​ວຽກ​ກັບ​ທ່ານ​ນາຍົກລັດຖະມົນຕີ ອົດ​ຕະລິດ, ​ ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ ອົດ​ຕະລິດ​ຮັບຮອງ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ໃຫ້ ຫວຽດນາມ, ຊຸກຍູ້ ອີ​ຢູ ລົງ​ນາມ​ຢ່າງ​ເປັນ​ທາງ​ການ ​ແລະ ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ; ສະໜັບສະໜູນ ຫວຽດນາມ ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ກຳມະການ​ບໍ່​ປະຈຳການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາ​ດ ອາຍຸ​ການ 2020-2021.

​ເມື່ອ​ເຮັດ​ວຽກ​ກັບ​ປະທານ WEF, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ WEF ຮັກສາ​ການຈັດ​ຕັ້ງ​ກອງ​ປະຊຸມ WEF - ​ແມ່​ຂອງ; ໜູນ​ຊ່ວຍ ຫວຽດນາມ ​ເຊື່ອມ​ຕໍ່​ກັບ​ບັນດາ​ກຸ່ມ​ບໍລິສັດ ​ແລະ ນັກ​ຊ່ຽວຊານ​ແຖວ​ໜ້າ​ຂອງ WEF, ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ນະ​ໂຍບາຍ​ໃນ​ຂົງ​ເຂດ​ພະລັງງານ​ແກ່ງ​ແຍ້​ງ​ແຫ່ງ​ຊາດ, ພັດທະນາ​ກະສິກຳ​​ເຕັກ​ໂນ​ໂລ​ຢີສູງ…ທ່ານ​ນາຍົກລັດຖະມົນຕີທັງສອງ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ ຫວຽດນາມ​ກັບ WEF ກ່ຽວ​ກັບ​ການ​ພັດທະນາ​ພື້ນຖານ​ເສດຖະກິດ ຫວຽດນາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໃນ​ອະນາຄົດ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ແລະ ທ່ານ​ປະທານ​ທະນາຄານ​ພັດທະນາ​ອາຊີ ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ໜູນ​ຊ່ວຍ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່, ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ໄລຍະ 2016-2020, ສົມທົບ​ກັບ​ບັນດາ​ປະ​ເທດ​ອານຸພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ​ຄັ້ງ​ທີ 6 ຢູ່ ຫວຽດນາມໃຫ້​ດີ.

​​ເມື່ອເຮັດ​ວຽກ​ກັບ​ປະທານ​ກຸ່ມ​ບໍລິສັດ Microsoft, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ​ກຸ່ມ​ບໍລິສັດ Microsoft ສືບ​ຕໍ່​ລົງທຶນ​ເຂົ້າ ຫວຽດນາມ ຕິດ​ພັນ​ກັບ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີສູງ. ທ່ານ​ນາຍົກລັດຖະມົນຕີ​ເຊີນ​ທ່ານ​ປະທານ​ກຸ່ມ​ບໍລິສັດ Microsoft Bradford Smith ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສຸດ​ຍອດ​ວິ​ສາ​ຫະກິດ APEC ​ໃນ​ເດືອນ 11/2017 ຢູ່ ດ່າ​ໜັງ.

        ທີ່​ການ​ເຈລະຈາ​ກັບ​ບັນດາ​ກຸ່ມ​ບໍລິສັດ​ສະມາຊິກ WEF ​ໃນ​ຂົງ​ເຂດ​ການ​ເງິນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ອຳນວຍການ​ຝ່າຍ​ບໍລິຫານ WEF Philip Roesler, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຍົກ​ອອກ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຄວາ​ມານະ​ພະຍາຍາມ​ປະຕິ​ຮູບ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຂອງ ຫວຽດນາມ ​ໃນ​ປີຜ່ານມາ; ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ກ່ຽວ​ກັບ​ເລື່ອງ​ສືບ​ຕໍ່​ປັບປຸງລະບອບ​ລະບຽບ​ກົດໝາຍ, ສ້າງ​ລັດຖະບານຊື່ສັດ​ບໍລິສຸດ, ສ້າງ​ສາພັດທະນາ, ກະທຳ​ ຮັບ​ໃຊ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ; ຍູ​້​ແຮງ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້​ງ​ກ່ວາ​ອີກ; ສູ້​ຊົນປີ 2017 ບັນລຸ​ໄດ້​ບັນດາ​ຄາດໝາຍ​ຕົ້ນຕໍ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ດ້ວຍ​ລະດັບ​ປານ​ກາງຂອງ 4 ປະ​ເທດ​ແຖວ​ໜ້າ ອາ​ຊຽນ (ASEAN - 4). ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ ນັບ​ແຕ່​ນີ້​​ເຖິງ​ປີ 2020, ຫວຽດນາມ ຈະ​ຍູ້​ແຮງການ​ສ້າງ​ໂຄງ​ປະກອບ​ພຶ້ືນຖານ​ເສດຖະກິດ​ຄືນ​ໃໝ່​ຢ່າງ​ແທດ​ຈິງ, ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​​ແບບ​ເຕີບ​ໂຕ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງ; ສືບ​ຕໍ່​ຍູ້​ແ​ແຮງ ​ແລະ ຍົກ​ສູງ​ປະສິດ​ທິຜົນ​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ, ພິ​ເສດ​ແມ່ນ​ຜັນ​ຂະຫຍາຍ​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ລຸ້ນ​ໃໝ່​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ; ຊົມ​ເຊີຍ​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ສາກົນ​ຕອບ​ສະໜອງ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ປີ APEC 2017 ຢູ່ ຫວຽດນາມ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 18/01 (ຕາ​ມເວລາ​ທ້ອງ​ຖິ່ນ), ທ່ານ​ນາຍົກລັດຖະມົນຕີ ຫງວຍນຊວນ​ຟຸກ ມີ​ການ​ພົບ​ປະ​ ​ແລະ ກ່າວ​ຄຳ​ເຫັນກັບ​ບັນດາ​ສຳນັກ​ຂ່າວສານ, ສື່​ມວນ​ຊົນ​ສາກົນ​ທີ່ພວມ​ມີໜ້າ​ຢູ່ Davos ສະ​ວິດ ​ກ່ຽວ​ກັບ​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ການ​ພັດທະນາ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ຢູ່ ຫວຽດນາມ ​ໃນ​ໄລຍະຜ່ານ​ມາ. ທ່ານ​ ຫງວຽນ​ຊວນ​ຟຸກ ​ຍັງເນັ້ນ​ໜັກ​​ເຖິງ ບົດ​ບາດຄຳ​ຄັນ​ຂອງ​ວົງ​ການ​ສື່​ມວນ​ຊົນ​ໃນ​ການ​​ໃຫ້ຂ່າວກ່ຽວ​ກັບ​ສະພາບ​ການ​ຂອງ ຫວຽດນາມ ​ເຖິງ​ປະຊາ​ຄົມ​ສາກົນ​ຢ່າງ​ທັນ​ການ ​ແລະ ຊັດ​ເຈນ.

 

ຕອບກັບ

ຂ່າວ/ບົດ​ອື່ນ