ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ​ເຂົ້າ​ຮ່ວມ​ພິ​ທີ​ປະ​ກ​າດ​ບັນ​ລຸ​ມາ​ດ​​ຖານຊົນ​ນະ​ບົດ​ໃໝ່​ຢູ່​ແຂວງ ບິ່ງ​ດິ້ງ

(VOVWORLD) -ຕອນບ່າຍວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີປະກາດ ເທດສະບານ ອານເຍີນ, ແຂວງບິ່ງດິ້ງ, ສຳເລັດການກໍ່ສ້າງຊົນນະບົດໃໝ່, ເມືອງຮ່ວາຍເຍີນ ບັນລຸໄດ້ມາດຖານຊົນນະບົດໃໝ່ ປີ 2018.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ​ເຂົ້າ​ຮ່ວມ​ພິ​ທີ​ປະ​ກ​າດ​ບັນ​ລຸ​ມາ​ດ​​ຖານຊົນ​ນະ​ບົດ​ໃໝ່​ຢູ່​ແຂວງ ບິ່ງ​ດິ້ງ - ảnh 1

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບໃບຮັບຮອງ ເມືອງເຍີນອານ ບັນລຸໄດ້ມາດຕະຖານຊົນນະບົດໃໝ່ ປີ2018 (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລົດຖະມົນຕີໄດ້ຕີລາຄາສູງປະຊາຊົນແຂວງບິ່ງດິ້ງໄດ້ຕອບສະໜອງ ແລະ ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ເປັນຢ່າງດີ, ປະກອບວັດຖຸ ແລະ ກຳລັງເຫື່ວແຮງເພື່ອປະຕິບັດການກໍ່ສ້າງຊົນນະບົດໃໝ່, ຊ່ວຍຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ແຂວງບິ່ງດິ້ງ ເອົາໃຈໃສ່ຊຸກຍູ້ການດູແລຊີວິດການເປັນຢູ່ຂອງປະຊາຊົນ, ທັງດ້ານວັດຖຸ ແລະ ຈິດໃຈ. ຕາມນັ້ນແລ້ວ, ທາງແຂວງຕ້ອງມີນະໂຍບາຍເພື່ອນຳວິທະຍາສາດເຕັກໂນໂລຢີເຂົ້າການຜະລິດ ແລະ ຊີວິດຂອງປະຊາຊົນ, ຊຸກຍູ້ການຜະລິດບັນດາຜະລິດຕະພັນທີ່ເປັນທ່າແຮງຂອງແຂວງ, ຊ່ວຍຍົກສູງລາຍຮັບຂອງປະຊາຊົນ. ພ້ອມກັບການພັດທະນາເສດຖະກິດຕ້ອງເອົາໃຈໃສ່ເຖິງການກໍ່ສ້າງກຸ່ມກ້ອນມະຫາສາມັກຄີໃນປະຊາຊົນ, ຮັກສາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ