ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງແຂວງ ຊອກຈັງ ຄືນໃໝ່

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງແຂວງ ຊອກຈັງ ຄືນໃໝ່ - ảnh 1
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) – ພິ​ທີ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ຊອກ​ຈັງ ຄືນ​ໃໝ່ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 22/4, ຢູ່​ແຂວງ ຊອກ​ຈັງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ພ້ອມ​ກັບ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ປະ​ຊາ​ຊົນ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທ​ີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ໜັກ​ວ່າ: ໂດຍ​ແມ່ນ​ແຂວງ​ມີ​ມູນ​ເຊື້ອ​ການ​ປະ​ຕິ​ວັດ​ທີ່​ອົງ​ອາດ​ກ​້າ​ຫານ, ພາຍຫຼັງ​ສ້າງ​ຕັ້ງ​ຄືນ​ໃໝ່​ເປັນ​ເວ​ລາ 25 ປີ, ແຂວງ ຊອກ​ຈັງ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ຮອບ​ດ້ານ​ພໍ​ສົ​ມ​ຄວນ​ໃນຫຼາຍ​ຂົງ​ເຂດ. ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ, ສັງ​ຄົມ, ໂສມ​ໜ້າ​ຕົວ​ເມືອງ ແລະ ຊົນ​ ​ນະ​ບົດມີ​ການ​ຫັນ​ປ່ຽນ​ຢ່າ​ງ​ຈະ​ແຈ້ງ, ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ທຸ​ກ​ຊັ້ນ​ວັນ​ນະ​ນັບ​ມື​້​ໄດ້​ຮັບ​ການ​ປັບ​ປຸງ… ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ສ້າງ​ສຳ​ເລັດ​ຄາດໝາຍ​ທີ່​ແຂວງວາງ​ອອກນັ້ນ​ແມ່ນ​ຮອດ​ປີ 2020 ກາຍ​ເປັນ​ແຂວງ​ພັດ​ທະ​ນາ​ພໍ​ສົມ​ຄວນ​ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ​ສະ​ເໜີວ່າ:

“ແຂວງ​ຕ້ອງກວດ​ກາ​ບັນ​ດາ​ແຜນ​​ກຳ​ນົດພັດ​ທະ​ນາ, ໃນ​ນັ້ນ​ໄດ້​ສຸມ​ໃສ່​ລົງ​ທຶນ​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ ມີ​ຈຸດ​ສຸມ, ສ້າງ​ກຳ​ລັງ​ໜູນ​ແຜ່​ລາມ ຊຸກ​ຍູ້​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຂວງ, ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ແຂວງ, ນະ​ຄອນ, ພິ​ເສດ​ແມ່ນ​ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ເພື່ອ​ສົມ​ທົບ, ສ​້າງ​ບັນ​ດາ​ແຜນ​ຮ່າງ​ຮ່ວມ​ສຳ​ພັນ​ພັດ​ທະ​ນາ. ກ່ອນ​ອື່ນ​ໝົດ, ແຂວງ​ຕ້ອງ​ປັບ​ປຸງ ແລະ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ແຜນ​ຮ່າງ​ຮ່ວມ​ສ​ຳ​ພັນ​ພັດ​ທະ​ນາ​ອະ​ນຸ​​ເຂດ​ແຫຼ​ມ ກາ​ເມົາ ​ກັບ​ບັນ​ດາ​ແຂວງ ບາກ​ລຽວ, ກາ​ເມົາ ແລະ ກຽນ​ຢາງແບບ​ຍືນ​ຍົງ​ໂດຍ​ໄວ”

ຕອບກັບ

ຂ່າວ/ບົດ​ອື່ນ