ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີເປີດສະຫຼອງການເຄື່ອນໄຫວຂອງກຸ່ມບໍລິສັດ T&T Group ຢູ່ ລັດເຊຍ

(VOVWORLD) - ຕອນບ່າຍວັນທີ 22 ພຶດສະພາ, ທີ່ນະຄອນ ມົດສະກູ, ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດສະຫຼອງການເຄື່ອນໄຫວຂອງບໍລິສັດ T&T ລັດເຊຍ ຈຳກັດ, ຂຶ້ນກັບກຸ່ມບໍລິສັດ T&T Group. 

ນີ້ແມ່ນເຫດການທີ່ມຸ່ງໄປເຖິງເປົ້າໝາຍນຳ T&T Group ກາຍເປັນກຸ່ມບໍລິສັດເຕີບໃຫຍ່ເຂັ້ມແຂງແຖວໜ້າ ຫວຽດນາມ (ນອນໃນ TOP5 ກຸ່ມບໍລິສັດເອກະຊົນໃຫຍ່ສຸດ ຫວຽດນາມ) ແລະ ມຸ່ງໄປເຖິງ TOP50 ວິສາຫະກິດແຖວໜ້າພາກພື້ນ ອາຊີ. ທີ່ພິທີ ກຸ່ມບໍລິສັດ T&T Group ໄດ້ເຊັນບົດບັນທຶກຊ່ວຍຈຳກັບບາງຄູ່ຮ່ວມມືຢູ່ ລັດເຊຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີເປີດສະຫຼອງການເຄື່ອນໄຫວຂອງກຸ່ມບໍລິສັດ T&T Group ຢູ່ ລັດເຊຍ - ảnh 1 ພິທີເປີດສະຫຼອງການເຄື່ອນໄຫວຂອງກຸ່ມບໍລິສັດ T&T Group ຢູ່ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ