ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກ່ຽວກັບວຽກງານຈັດຕັ້ງງານບຸນ Vesak 2019

(VOVWORLD) -  ຕອນບ່າຍວັນທີ 05 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມເຮັດວຽກກ່ຽວກັບວຽກງານຈັດຕັ້ງງານບຸນ Vesak ສະຫະປະຊາຊາດ 2019.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມກ່ຽວກັບວຽກງານຈັດຕັ້ງງານບຸນ Vesak 2019 - ảnh 1 ກອງປະຊຸມເຮັດວຽກກ່ຽວກັບວຽກງານຈັດຕັ້ງງານບຸນ Vesak ສະຫະປະຊາຊາດ 2019 (ພາບ: VGP)

Vesak ແມ່ນງານບຸນໄດ້ຈັດຕັ້ງໃນຂອບເຂດຂອງສະຫະປະຊາຊາດ ແລະ ໄດ້ຮັບການຈັດຕັ້ງ, ເຫັນດີ, ອຸປະຖຳ, ໜູນຊ່ວຍ ແລະ ສ້າງເງື່ອນໄຂຈາກລັດຖະບານບັນດາປະເທດຕ່າງໆ. ນີ້ເປັນຄັ້ງທີ 3 ທີ່ຫວຽດນາມ ຈັດຕັ້ງເຫດການນີິ້. ງານບຸນ Vesak 2019 ຄາດຄະເນວ່າ ຈະດຳເນີນຢູ່ແຂວງ ຮ່ານາມ ແຕ່ວັນທີ 12 – 14 ພຶດສະພາ 2019 ດ້ວຍຫົວຂໍ້ວ່າ: “ວິທີການສຳຜັດພຸດທະສາສະໜາກ່ຽວກັບການຊີ້ນຳນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບພ້ອມກັນແບ່ງປັນເພື່ອສັງຄົມໝັ້ນຄົງ”.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງເຫດການນີ້ ວ່າແມ່ນມີລັກສະນະ ແລະ ຖືວ່າ: ຜົນສຳເລັດຂອງເຫດການນີ້ ຈະປະກອບສ່ວນຍົກສູງທີ່ຕັ້ງບົດບາດ ຫວຽດນາມ; ພ້ອມທັງສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ໃນການເຄົາລົບ, ຮັບປະກັນສິດເສລີໃນການເຫລື້ອມໃສເຊື່ອຖືສາສະໜາ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີວ່າ ບັນດາທ້ອງຖິ່ນຄວນສົມທົບກັບສະມາຄົມພຸດທະສາສະໜາ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການຈັດຕັ້ງປະຕິບັດບັນດາວຽກງານທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນການກະກຽມພື້ນຖານດ້ານວັດຖຸ, ພື້ນຖານໂຄງລ່າງເພື່ອຮັບໃຊ້ງານບຸນ Vesak.

ຕອບກັບ

ຂ່າວ/ບົດ​ອື່ນ