ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ຈາວີງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ຈາວີງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ  ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ
​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ ແລ​ະ ການ​ທ່ອງ​ທ່ຽວ​ແຂ​ວງ ຈາ​ວີງ ປີ 2017

(vovworld) - ຕອນ​ເຊົ້າ​ວັນ​ທີ 24/04 ຢູ່​ແຂວງ ຈາ​ວີງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ ແລ​ະ ການ​ທ່ອງ​ທ່ຽວ​ແຂ​ວງ ຈາ​ວີງ ປີ 2017. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ ຈາວີງ ແມ່ນ​ເຂດ​ດິນ​ແດນ​ທີ່​ອຸ​ດົມຮັ່ງ​ມີ, ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຫລາຍ​ຢ່າງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວັງ​ວ່າ ຈາ​ວີງ ຈະ​ກາຍ​ເປັນ​ສູນ​ການ​ຄ້າ​ໃໝ່​ຂອງ​ພາກ​ໃຕ້ ແລະ ທົ່ວ​ປະ​ເທດ, ເປັນ​ຈຸດ​ສຸມ​ການຜະ​ລິດ​ປຸງ​ແຕ່ງ​ສິນ​ໃນນ້ຳ, ​ແມ່ນ​ພື້ນ​ຖານ​ກະ​ສິ​ກຳ​ທີ່​ມີມູນ​ຄ່າ​ສູງ ​ມີ​ຄວາມ​ສາ​ມາດ​ເຂົ້າ​ຮ່ວມ​ ​ລະ​ບົບ​ມູນ​ຄ່າ​ຜະ​ລິດ​​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຮຽກ​ຮ້ອງ​ແຂວງ ຈາ​ວີງ ຄວນກໍ່​ສ້າງ​ຮູບ​​ແບບຮ່ວມ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແບບ​ຍືນ​ຍົງ; ວາງ​ແຜນ​ຜັງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ຄືນ​ໃໝ່ ຕາມ​ທິດ​ອຸດ​ສາ​ຫະ​ກຳ​ຮັບ​ໃຊ້​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ສິນ​ໃນ​ນ້ຳ, ສິ່ງ​ສຳ​ຄັນ​ທີ່​ສຸດ ແມ່ນ​ຕ້ອງ​ຮ່ວມ​ສຳ​ພັນ​ລະ​ບົບ​ມູນ​ຄ່າ, ພັດ​ທະ​ນາ​ຕາມ​ຈິນ​ຕະ​ນາ​ການ​ກຸ່ມຂະ​ແໜງ, ສ້າງ​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ຕິດ​ພັນ​ກັບ​ທ້ອງ​ຖິ່ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ:

        “ຊາວ​ກະ​ສິ​ກອນ​ຢາກ​ຮັ່ງ​ມີ​ຢູ່​ບ້ານ​ເກີດ​ເມືອງນອນ​ຂອງ​ຕົ​ນ ​ຢ່າງ​ແທ້​ຈິງ​ແມ່ນ​ຕ້ອງ​ມີ​ຈິນ​ຕະ​ນາ​ການ​ບຸກ​ທະ​ລຸ. ຊາວ​ກະ​ສິ​ກອນ​ສາ​ມາດ​ປະ​ກອບ​ກຳ​ລັງ​ແຮງ ຫຼື ປະ​ກອບ​ທຶນ​ດ້ວຍໄຮ່​ນາ​ທີ່​ຕົນພວມ​ມີ​ສິດ​ປູກ​ຝັງ ເພື່ອ​ພ້ອມ​ກັບ​ບັນ​ດາ​ນັກ​ລົງ​ທຶນ ສ້າງ​ເປັນ​ວິ​ສາ​ຫະ​ກິດ​ທີ່​ເຄື່ອນ​ໄຫວ​ຕາມ​ກົດ​ໝາຍ. ຊາວ​ກະ​ສິ​ກອນ​ມີ​ສິດ​ກັບ​ດິນ​ແດນ​ຂອງ​ຕົນ ​ເຂົາ​ເຈົ້າ​ສາ​ມາດປະ​ກອບ​ທຶນປະ​ກອບ​ກຳ​ລັງແຮງ, ໃຫ້​ເຊົ່າ ແລະ ບັນ​ດາ​ຮູບ​ການ​ທີ່​ເໝາະ​ສົມ​ຕາມ​ກົດ​ໝາຍ ເພື່ອ​ມີເນື້ອ​ທີ່​ດິນ​​ກ້​ວາງ​ກ່​ວາ, ມີ​ຂອບ​ຂະ​ໜາດໃຫຍ່ກ່​ວາ ເພື່ອ​ພັດ​ທະ​ນາ​ການ​ຜະ​ລິດ​ເປັນ​ສິນ​ຄ້າ. ຫລາຍ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ໄດ້​ນຳ​ໃຊ້​ຮູບ​ແບບນີ້​ສຳ​ເລັດ​ຜົນ. ຢູ່​ແຂວງ ຮ່າ​ນາມ ແລະ ທາຍ​ບີງ  ແລະ ​ບ່ອນ​ອື່​ນໆ​ໄດ້​ສຳ​ເລັດ​ຜົນ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຈາ​ວີງ ກໍ່​ຈະເຮັດ​ໄດ​້​ຄື​ແນວນັ້ນ ຖ້າ​ຫາກ​ພວກ​ເຮົາ ມີ​ນັກ​ລົງ​ທຶນ​ຜະ​ລິດ​ໃຫຍ່​ໃນ​ຂົງ​ເຂດ​ກະ​ສິ​ກຳ, ພິ​ເສດ​ແມ່ນ​ລ້ຽງກຸ້ງ, ປູກ​ເຂົ້ານາທາມ​ຢູ່ ຈາ​ວີງ”.


ຕອບກັບ

ຂ່າວ/ບົດ​ອື່ນ