ທ່ານ​ນາ​ຍົກລັດ​ຖະ​ມົ​ນ​ຕີ ຫງວຽນ​ຊ​ວນ​ຟ​ຸກ ໃຫ​້​ການ​ຕ້ອນ​ຮັ​ບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ​ Marise Payne

(VOVWORLD) -ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມ ໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 -2021, ອົດສະຕາລີ ຈະຄຽງບ່າຄຽງໄຫຼ່ກັບ ຫວຽດນາມ ໃນເລື່ອງແບກຫາບບົດບາດນີ້ໃຫ້ດີທີ່ສຸດ.
ທ່ານ​ນາ​ຍົກລັດ​ຖະ​ມົ​ນ​ຕີ ຫງວຽນ​ຊ​ວນ​ຟ​ຸກ ໃຫ​້​ການ​ຕ້ອນ​ຮັ​ບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ​ Marise Payne - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne 

ທີ່ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 13 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກໄດ້ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນສຳຄັນຂອງທ່ານນາງໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີພັດທະນາຢ່າງດີງາມໃນຊຸມປີຜ່ານມາ, ນັບທັງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີປ້ອງກັນປະເທດກ່ອນໜ້ານັ້ນ. ພ້ອມທັງຊົມເຊຍທ່ານນາງເມື່ອເລືອກເອົາ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດໃນຂອງເຂດການເດີນທາງໄປຢ້ຽມຢາມ, ໃນ ອາທິດທີ 2 ຂອງອາຍຸການປະຕິບັດງານໃໝ່ຂອງຕົນ.

        ທ່ານກໍ່ສະເໜີໃຫ້ສອງຝ່າຍສົມທົບກັນເສີມຂະຫຍາຍປະຕິບັດຜົນບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ, ພິເສດແມ່ນກົນໄກປະຈຳປີຂັ້ນລັດຖະມົນຕີ. ສອງຝ່າຍຄວນເພີ່ມທະວີການຄ້າແລະ ການລົງທຶນສອງສົ້ນຢ່າງແຮງເພື່ອໃຫ້ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ, ໃນນັ້ນມີການຫຼຸດຜ່ອນ, ຍົກເລີກຮົ້ວກີດຂວາງທາງການຄ້າ; ຄວນສືບຕໍ່ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດທີ່ສຳຄັນອື່ນຄື ການສຶກສາ ແລະ ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ກິລາ…

        ກ່ຽວກັບທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ, ຫວຽດນາມໄດ້ຕີລາຄາສູງຫຼັກໝັ້ນຂອງ ອົດສະຕາລີ ແລະ ປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ມີບັນດາທັດສະນາຢ່າງແຮງ, ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນໃນບັນຫາທະເລຕາເວັນອອກດ້ວຍຈິດໃຈສັນຕິພາບ, ມິດຕະພາບ, ຄວາມເສລີທາງການບິນ, ການເດີນເຮືອ, ປະຕິບັດຢ່າງຖືກຕ້ອງຕາມກົດໝາຍສາກົນ.

        ສ່ວນທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payneໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມ ໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 -2021, ອົດສະຕາລີ ຈະຄຽງບ່າຄຽງໄຫຼ່ກັບ ຫວຽດນາມ ໃນເລື່ອງແບກຫາບບົດບາດນີ້ໃຫ້ດີທີ່ສຸດ.

ແບ່ງປັນກັບຄວາມເຫັນຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຄ້າ, ການລົງທຶນ, ທ່ານນາງ Marise Payne ໃຫ້ຮູ້ວ່າມີວິສາຫະກິດ ອົດສະຕາລີ ຫຼາຍແຫ່ງ ປາດຖະໜາຢາກເພີ່ມທະວີການລົງທຶນເຂົ້າ ຫວຽດນາມ. ທ່ານນາງກໍ່ຢັ້ງຢືນວ່າ ອົດສະຕາລີພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການປະຕິບັດບັນດາບຸລິມະສິດການພັດທະນາຂອງຕົນຄື ພື້ນຖານໂຄງລ່າງ, ກຳລັງຄວາມສາມາດດ້ານເຕັກນິກດີຈີຕອນ, ຄວາມປອດໄພດ້ານອິນເຕີແນັດ; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນບັນຫາທະເລຕາເວັນອອກເພື່ອຮັບປະກັນໃຫ້ພາກພື້ນມີສະຖຽນລະພາບ, ສັນຕິພາບ, ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ