ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຮອດ ປາປົວນິວກີເນ ເຂົ້າຮ່ວມ APEC 26

(VOVWORLD) - ການເຂົ້າຮ່ວມ APEC 26 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະດຳເນີນແຕ່ວັນທີ 17 – 18 ພະຈິກ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຮອດ ປາປົວນິວກີເນ ເຂົ້າຮ່ວມ APEC 26 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຮອດສະໜາມບິນສາກົນ Jackson (ພາບ: VGP)

9 ໂມງເຊົ້າ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຮອດສະໜາມບິນສາກົນ Jackson, ນະຄອນຫລວງ Port Moresby, ປະເທດ ປາປົວນິວກີເນ, ເລີ່ມຕົ້ນລາຍການເຂົ້າຮ່ວມສັບປະດາຂັ້ນສູງ APEC ຄັ້ງທີ 26, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລັດເອກະລາດ ປາປົວນິວກີເນ Peter O’Neill. ການເຂົ້າຮ່ວມ APEC 26 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະດຳເນີນແຕ່ວັນທີ 17 – 18 ພະຈິກ.

       ຕາມແຜນການແລ້ວ, ວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການພົບປະກັບທ່ານນາຍົກລັດຖະມົນຕີ ປາປົວນິວກີເນ; ເຂົ້າຮ່ວມພິທີຕ້ອນຮັບບັນດາການນຳ APEC ຂອງທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງ APEC ຄັ້ງທີ 26.

       ຕອນເຊົ້າວັນທີ 17 ພະຈິກ, ຕາມເວລາ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະ ແລະ ແລກປ່ຽນກັບພັນທະມິດວິສາຫະກິດ ອາເມລິກາ ໃນ APEC, ໃນນັ້ນ ມີບັນດາກຸ່ມບໍລິສັດໃຫຍ່ທີ່ເຄື່ອນໄຫວໃນບັນດາຂົງເຂດສາທາລະນະສຸກ, ຫົວອາຫານສັດ, ການເງິນ…ຄື Freepotr McMoRan, Johnson&Johnson, UL ແລະ UPS…

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຮອດ ປາປົວນິວກີເນ ເຂົ້າຮ່ວມ APEC 26 - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະ ແລະ ແລກປ່ຽນກັບພັນທະມິດວິສາຫະກິດ ອາເມລິກາ  (ພາບ: VGP)

       ການນຳບັນດາວິສາຫະກິດໄດ້ຕີລາຄາສູງຄວາມຕັດສິນໃຈຂອງລັດຖະບານ ຫວຽດນາມ ໃນການສ້າງສາພັດທະນາ, ສືບຕໍ່ເພີ່ມທະວີການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຜ່ານນັ້ນ ເພີ່ມທະວີບົດບາດຂອງ ຫວຽດນາມ ໃນລະບົບການຜະລິດໃນພາກພື້ນ ແລະ ທົ່ວໂລກ, ແມ່ນແຫ່ງເຕົ້າໂຮມຂອງບັນດາການຮ່ວມສຳພັນດ້ານການຄ້າ 2 ຝ່າຍ ແລະ ຫລາຍຝ່າຍ.

       ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາຢາກໃຫ້ບັນດາວິສາຫະກິດ ອາເມລິກາ ເພີ່ມທະວີດ້ານການຄ້າ ແລະ ເປີດກ້ວາງການລົງທຶນຢູ່ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດເຊິ່ງ ອາເມລິກາ ມີທ່າແຮງຄື: ການບິນ, ໂອໂຕ, ເຕັກໂນໂລຊີດີຈີຕອນ, ພະລັງງານ, ການຢາ…

ຕອບກັບ

ຂ່າວ/ບົດ​ອື່ນ