ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄປຮອດ ມົດສະກູ, ສືບຕໍ່ລາຍການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ

(VOVWORLD) -ຕອນຄໍ່າວັນທີ 21 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນ Vnukovo 2, ນະຄອນຫຼວງມົດສະກູ, ສືບຕໍ່ບັນດາລາຍການເຄື່ອນໄຫວສໍາຄັນໃນຂອບເຂດການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitri Medvedev. 

ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດຢູ່ສະໜາມບິນ Vnukovo 2 ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງສອງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄປຮອດ ມົດສະກູ, ສືບຕໍ່ລາຍການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ - ảnh 1 ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດ (ພາບ:chinhphu.vn)

        ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ແລະ ໂອ້ລົມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນ ລັດເຊຍ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ ຮັບຊາບກ່ຽວກັບສະພາບການພັດທະນາຂອງປະເທດຊາດ; ພ້ອມກັນນັ້ນ, ກໍຮຽກຮ້ອງສະຖານທູດ ຈົ່ງເອົາໃຈໃສ່ກ່ຽວກັບວຽກງານປະຊາຄົມ, ວຽກງານກົງສູນເພື່ອໃຫ້ປະຊາຊົນຫວຽດນາມທຸກຄົນທີ່ອາໄສຢູ່ ລັດເຊຍ ຕ່າງກໍໄດ້ຮັບຄວາມເອົາໃຈໃສ່ ແລະ ເບິ່ງແຍງຈາກສະຖານທູດ.

        ໃນໄລຍະຢ້ຽມຢາມຢູ່ມົດສະກູ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີບັນດາການເຈລະຈາ, ພົບປະກັບບັນດາການນໍາ ສະຫະພັນ ລັດເຊຍ. ພິເສດ, ໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມຂອງການຢ້ຽມຢາມຄັ້ງນີ້ ນັ້ນແມ່ນ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ພ້ອມກັບ ການນໍາຂັ້ນສູງ ລັດເຊຍ ຈະເປັນປະທານພິທີໄຂ ປີ ຫວຽດນາມ - ລັດເຊຍ, ລັດເຊຍ - ຫວຽດນາມ; ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ລັດເຊຍ. ຄາດວ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະໃຫ້ການຕ້ອນຮັບການນໍາວິສາຫະກິດໃຫຍ່ຂອງ ລັດເຊຍ ຈໍານວນໜຶ່ງ; ພົບປະກັບສະມາຄົມນັກຮົບເກົ່າ ທີ່ເຂົ້າຮ່ວມສົງຄາມຢູ່ຫວຽດນາມ, ສະມາຄົມມິດຕະພາບລັດເຊຍ - ຫວຽດນາມ ແລະ ມອບຫຼຽນໄຊມິດຕະພາບໃຫ້ພົນລະເມືອງ ລັດເຊຍ ຈໍານວນໜຶ່ງ ທີ່ໄດ້ມີບັນດາການປະກອບສ່ວນອັນຕັ້ງໜ້າເຂົ້າໃນການພົວພັນລະຫວ່າງສອງປະເທດ...

        ກ່ອນທີ່ເດີນທາງໄປຍັງ ມົດສະກູ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານ Beglov ຜູ້ວ່າການນະຄອນ Saint Peterburg.

ຕອບກັບ

ຂ່າວ/ບົດ​ອື່ນ