ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຮອດສະວິດ, ເລີ່ມຕົ້ນການເຂົ້າຮ່ວມ WEF Davos 2019

(VOVWORLD) -  ຕອນເຊົ້າວັນທີ 23 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ Zurich, ປະເທດ ສະວິດ, ເລີ່ມຕົ້ນ ເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) 2019, ຕາມຄຳເຊີນຂອງທ່ານປະທານກໍ່ຕັ້ງ ແລະ ບໍລິຫານ WEF Klaus Schwab.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຮອດສະວິດ, ເລີ່ມຕົ້ນການເຂົ້າຮ່ວມ WEF Davos 2019 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຮອດສະວິດ, ເລີ່ມຕົ້ນການເຂົ້າຮ່ວມ WEF Davos 2019 (ພາບ: TTXVN)

ອອກໄປຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນ ຫວຽດນາມຢູ່ສະໜາມບິນ Zurich ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ຟ້າມຫາຍບັ່ງ ພ້ອມດ້ວຍບັນດາພະນັກງານຂອງສະຖານທູດ ແລະ ຄະນະປະຕິບັດງານ ຫວຽດນາມ ປະຈຳ ເຊີແນວ. ພາຍຫລັງລົງຮອດສະໜາບິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນໄດ້ເດີນທາງຈາກ Zurich, ໄປຍັງ Davos ເລີ່ມຕົ້ນບັນດາການເຄື່ອນໄຫວທຳອິດໃນຂອບເຂດການເຂົ້າຮ່ວມ WEF Davos 2019.

ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ເນປານ K.P. Sharma Oli. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂອບໃຈ ເນປານ ທີ່ໄດ້ສະໜັບສະໜູນ ຫວຽດນາມ ອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ