ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊ​ວັນ​ຟຸກ​ພົບ​ປະ​ກັບ​ທ່ານປະ​ທາ​ນາ​ທິ​ບໍ​ດີ ລັດເຊຍ V.V. Pu-tin

(VOVWORLD) -        ໃນຂອບເຂດການຢ້ຽມຢາມ ສະຫະພັນ ລັດເຊຍຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານ ປະທານາທິບໍດີ ລັດເຊຍ V.V. Pu-tin ຢູ່ ມົດສະກຸ ໃນຕອນບ່າຍວັນທີ 22 ພຶດສະພາ ປີ 2019.
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊ​ວັນ​ຟຸກ​ພົບ​ປະ​ກັບ​ທ່ານປະ​ທາ​ນາ​ທິ​ບໍ​ດີ ລັດເຊຍ V.V. Pu-tin - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ ປະທານາທິບໍດີ ລັດເຊຍ V.V. Pu-tin (ພາບ: TTXVN)

ສອງຝ່າຍໄດ້ຕີລາຄາສູງຜົນງານຂອງການຮ່ວມມືໃນໄລຍະທີ່ຜ່ານມາດ້ວຍເລື່ອງຜັນຂະຫຍາຍສົນທິສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບຢ່າງມີປະສິດທິຜົນ, ສະແດງໃຫ້ເຫັນຄວາມພ້ອມສືບຕໍ່ແກ້ໄຂບັນດາຮົ້ວກີດຂວາງດ້ານການຄ້າ, ພິເສດແມ່ນຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລ ຂອງສອງປະເທດ. ການນຳສອງປະເທດຖືວ່າ ຫວຽດນາມ ແລະ ລັດເຊຍ ຍັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຢູ່ເພື່ອຊຸກຍູ້ການຮ່ວມມື, ສູ້ຊົນບັນລຸເປົ້າໝາຍຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020. ພ້ອມທັງຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືດ້ານພະລັງງານ ແລະ ນ້ຳມັນອາຍແກັດຕໍ່ການພົວພັນ ຫວຽດນາມ - ລັດເຊຍ, ເຫັນດີເປັນເອກະພາບສືບຕໍ່ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງບັນດາວິສາຫະກິດນ້ຳມັນອາຍແກັດຢູ່ ຫວຽດນາມ ແລະ ລັດເຊຍກໍ່ຄືຊຸກຍູ້ການຜັນຂະຫຍາຍໂຄງການສູນຄົ້ນຄ້ວາວິທະຍາສາດ ແລະ ເຕັກໂນໂລຢີ ຢູ່ ຫວຽດນາມ, ຖືນີ້ແມ່ນຂົງເຂດຮ່ວມມືທີ່ມີແງ່ຫວັງ.

        ບົນເນື້ອໃນຈິດໃຈການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ການພົວພັນທີ່ເປັນມູນເຊື່ອມິດຕະພາບອັນເລິກເຊິ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານ ປະທານາທິບໍດີລັດເຊຍ V.V. Pu-tin ໄດ້ປຶກສາຫາລືຫຼາຍບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບສືບຕໍ່ສົບທົບກັນຢ່າງແໜ້ນແຟ້ນແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ທ່ານປະທານາທິບໍດີຢັ້ງຢືນວ່າ ລັດເຊຍ ສະໜັບສະໜູນແກ້ໄຂການຂັດແຍ່ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ລວມມີ: ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ປະຕິບັດ DOC ໃຫ້ຄົບຖ້ວນ ແລະ ສ້າງ COC ໃຫ້ສຳເລັດໂດຍໄວ.

ແລະ ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປວາງພວງມາລາຢູ່ສຸສານ Vladimir Ilich Lenin - ການນໍາຂອງຊົນຊັ້ນກໍາມະຊີບ ແລະ ເປັນເພື່ອນຂອງປະຊາຊົນຊາວຜູ້ອອກແຮງງານທົ່ວໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ